ນາຍົກລັດຖະມົນຕີກຳປູເຈຍ ຮຸນແຊນ ໝັ້ນໝາຍຮັກສາສະຖຽນລະພາບດ້ານການເມືອງ

ນາຍົກລັດຖະມົນຕີກຳປູເຈຍ ຮຸນແຊນ ໝັ້ນໝາຍຮັກສາສະຖຽນລະພາບດ້ານການເມືອງ - ảnh 1
ນາຍົກລັດຖະມົນຕີກຳປູເຈຍ ຮຸນແຊນ ໝັ້ນໝາຍຮັກສາສະຖຽນລະພາບດ້ານການເມືອງ
(ພາບ: Reuters)

Vovworld- ກ່າວ​ຄຳ​ເຫັນ​ທີ່​ແຂວງ ການ​ດານ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 2/8, ທ່ານ​ນາຍົກລັດຖະມົນຕີ ຮຸນ​ແຊນ​ຢືນຢັນ​ວ່າ ຈະ​ບໍ່​ປະ​ໃຫ້​​ເກີດສະພາບ​ການ​ເມືອງ​ບໍ່​ມີ​ທາງ​ອອກ​ເກີດ​ຂຶ້ນ​ພາຍຫຼັງ​ການ​ເລືອກ​ຕັ້ງຄື ຫວ່າງປີ 1998 ​ແລະ 2003.

  ທ່ານ​ໃຫ້​ຮູ້​ວ່າ ພັກ​ປະຊາຊົນ​ກຳປູ​ເຈຍ(CPP) ກຳ​ອຳນາດ​ຍັງ​ຄົງ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ພຽງພໍ​ໃນ​ສະພາ​ແຫ່ງ​ຊາດ​ເພື່ອ​ສາມາດ​ສ້າງ​ຕັ້ງ​ລັດຖະບານ​ໃໝ່​ນັບ​ທັງ​ຂະນະ​ທີ່​ພັກ​ຝ່າຍ​ຄ້ານ​ປະຕິ​ເສດ. ຄຳ​ຖະ​ແຫຼ​ງຂອງ​ ທ່ານ​ນາຍົກລັດຖະມົນຕີ ຮຸນ​ແຊນ​ ​ໄດ້​ຖືກ​ຍົກ​ອອກ​ມາ ຄື​ດັ່ງ​ຄຳ​ປອບ​ໃຈ​ຫາງ​ສຽງ​ກ່ຽວ​ກັບ​ກໍລະນີ​ເກີດ​ສະພາບ​ຂາດ​ສະຖຽນ​ລະ​ພາບ​ໃນ​ໄລຍະ​ຫຼັງ​ການ​ເລືອກ​ຕັ້ງ​ຄື​ໃນ​ຊຸມ​ປີ​ກ່ອນ​ນີ້, ​ໃນ​ສະພາວະ​ທີ່​ພັກ​ກູ້​ຊາດ​ຝ່າຍ​ຄ້ານ(NRCP) ອາດ​ຈະ​ມີ​ບັນດາ​ການ​ກະທຳ​ຄັດຄ້ານ, ປະຕິ​ເສດ​ຫຼື​ບໍ່​ຍອມຮັບ​ໝາກຜົນ​ແຫ່ງ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ເມື​ອ່ວັນ​ທີ 28/7ທີ່​ຜ່ານ​ມາ. 

ຂ່າວ/ບົດ​ອື່ນ