ນາຍົກລັດຖະມົນຕີກຳປູເຈຍສະໜັບສະໜູນເລື່ອງຈັບຕົວສະມາຊິກສະພາແຫ່ງຊາດເສກສັ້ນປັ້ນແຕ່ງສັນຍາຊາຍແດນກັບຫວຽດນາມ

ນາຍົກລັດຖະມົນຕີກຳປູເຈຍສະໜັບສະໜູນເລື່ອງຈັບຕົວສະມາຊິກສະພາແຫ່ງຊາດເສກສັ້ນປັ້ນແຕ່ງສັນຍາຊາຍແດນກັບຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ Hun Sen
(ພາບປະກອບ)


(vovworld) – ວັນ​ທີ 08/09, ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ Hun Sen ຢືນຢັນວ່າ, ​ເລື່ອງ​ຈັບ​ຕົວ​ສະມາຊິກສະພາ​ແຫ່ງ​ຊາດ​ພັກ​ຝ່າຍ​ຄ້ານ Hong Sok Hour, ​ແມ່ນ​ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ສະພາບການ​ວຸ່ນວາຍ​ໃນ​ສັງຄົມ ​ເມື່ອທ່ານ Hong Sok Hour ​ໄດ້​ລົງ​​ເສກສັ້ນ​ປັ້ນ​ແຕ່ງເອກະສາ​ນ ສັນຍາຊາຍ​ແດນ​ກັບ​ຫວຽດນາມ ​ໃນ​​ສື່ສັງຄົມ Facebook ​ໃນ​ເດືອນກ່ອນ. ​ໃນ​ເທບ​ວີ​ດີ​ໂອ ​ທີ່​ໄດ້​ອອກ​ອາກາດ​ທາງ​ໂທລະພາບ​ແຫ່ງ​ຊາດ​ກຳປູ​ເຈຍ (TVK), ທ່ານ​ນາຍົກລັດຖະມົນຕີ Hun Sen ຖື​ວ່າ, ທຸກ​ກົນອຸບາຍ​ຂອງທ່ານ Hong Sok Hour ​ແມ່ນ​ເພື່ອ​ແນ​ໃສ່​ກຳນົດ​ທິດ​ຫາງ​ສຽງ​ຢ່າງ​ຜິ​ດພາດ ​ເພື່ອສະ​​ແຫວ​ງຫາ​ຜົນ​ປະ​ໂຫຍ​ດການ​ເມືອງ. ທ່ານ​ນາຍົກລັດຖະມົນຕີ Hun Sen ກໍ​ຖະ​ແຫຼ​ງວ່າ, ລັດຖະບານ​ກຳປູ​ເຈຍ ພວມ​ຕາ​ລ່າ​ບັນດາ​ຜູ້​ສົມຮູ້​ຮ່ວມ​ຄິດ​ກັບ​ທ່ານ Hong Sok Hour ທີ່​ໄດ້​ໜີ​ໄປ​ໄທ, ພ້ອມ​ທັງ​ຮຽກຮ້ອງ​​ໃຫ້​ບັນດາ​​ຜູ້​ນີ້ ກັບ​ເມື່ອ ພະ​ນົມ​ເປັນ ​ເພື່ອ​ຂຶ້ນ​ສານ​ດຳ​ເນີນ​ຄະດີ.

ຂ່າວ/ບົດ​ອື່ນ