ນາຍົກລັດຖະມົນຕີຍີ່ປຸ່ນອາດຈະຢ້ຽມຢາມລັດເຊຍໃນເດືອນ04ຈະມາເຖິງ
ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe
(ພາບປະກອບ: AFP/TTXVN)
(vovworld) - ວັນທີ 25/02, ໜັງສືພິມ “The Japan Times” ຂອງຍີ່ປຸ່ນ ໃຫ້ຮູ້ວ່າ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ພວມຊັ່ງຊາການໄປຢ້ຽມຢາມລັດເຊຍ ໃນເດືອນ 04 ຈະມາເຖິງ ເພື່ອປຶກສາຫາລືກັບທ່ານປະທານາທິບໍດີລັດເຊຍ Vladimir Putin. ທ່ານນາຍົກລັດຖະມົນຕີ Shinzo Abe ປາດຖະໜາຢາກນຳໃຊ້ການພົບປະນີ້ເພື່ອຊຸກຍູ້ການພົວພັນດ້ານການຕ່າງປະເທດລະຫວ່າງ 2 ປະເທດກ່ຽວກັບບັນດາການເຄື່ອນໄຫວລວມໃນໝູ່ເກາະໃຕ້ Kuril ເຊິ່ງລັດເຊຍ ພວມຄວບຄຸມ ໃນຂະນະທີ່ຍີ່ປຸ່ນ ກໍຖະແຫຼງປະກາດມີອະທິປະໄຕ ແລະ ເອີ້ນວ່າແມ່ນເຂດດິນແດນທາງພາກເໜືອ. ນອກນັ້ນ, ບັນດາກະຊວງປ້ອງກັນປະເທດ ແລະ ການຕ່າງປະເທດຂອງ 2 ປະເທດ ຈະເຊື່ອມຕໍ່ບັນດາການເຈລະຈາໃນວັນທີ 20/03 ໃນຄວາມມານະພະຍາຍາມເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ.