ທ່ານນາຍົກລັດຖະມົນຕີ ຕວກກີ Binali Yildirim
(ພາບ: ສຳນັກຂ່າວສານ ຫວຽດນາມ)
(vovworld) – ວັນທີ 22/7, ທ່ານນາຍົກລັດຖະມົນຕີ ຕວກກີ Binali Yildirim ໃຫ້ຮູ້ວ່າ: ມີໄພຈະເກີດການກໍ່ລັດຖະປະຫານຄັ້ງໃໝ່, ແຕ່ຢັ້ງຢືນວ່າ ລັດຖະບານ ແລະ ບັນດາອົງການກ່ຽວຂ້ອງພວມຄວບຄຸມສະພາບການ. ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງເກີດການກໍ່ລັດຖະປະຫານຢ່າງບໍ່ປະສົບຜົນສຳເລັດຂອງນາຍທະຫານ ແລະ ທະຫານກອງທັບ ຕວກກີ ທີ່ເຮັດໃຫ້ 246 ຄົນເສຍຊີວິດເປັນເວລາ 1 ອາທິດ, ທ່ານນາຍົກລັດຖະມົນຕີ Yildirim ຊີ້ແຈ້ງວ່າ ໄພນາບຂູ່ບໍ່ທັນສູນຫາຍໄປ, ພ້ອມທັງຮຽກຮ້ອງໃຫ້ປະຊາຊົນປະເທດນີ້ຈົ່ງອູ່ນອຽນທຸ່ມທຽງ, ຊີວິດການເປັນຢູ່ໄດ້ກັບຄືນສູ່ປົກກະຕິ.