ນາຍົກລັດຖະມົນຕີຕວກກີຢ້ຽມຢາມມາເລເຊຍ

ນາຍົກລັດຖະມົນຕີຕວກກີຢ້ຽມຢາມມາເລເຊຍ - ảnh 1
ທ່ານນາຍົກລັດຖະມົນຕີ ມາ​​ເລ​ເຊຍ Najib Tun Razak (ເບື້ອງຂວາ) ທ່ານນາຍົກລັດຖະມົນຕີ ຕວກກີ Recep Tayyip Erdogan (ພາບຖ່າຍວັນທີ 22/2/2011)
(ພາບ: ສຳນັກຂາວສານ ຊິນຮວາ)

(vovworld) - ຕອນ​ຄຳ່​ວັນ​ທີ 9/1, ທ່ານນາຍົກລັດຖະມົນຕີ ຕວກກີ Recep Tayyip Erdogan ​ໄດ້​ມາຮອດ Kuala Lumpur, ​ເລີ່​ມຕົ້ນການ​ຢ້ຽມຢາມ ມາ​ເລ​ເຊຍ ​ຢ່າງ​ເປັນ​ທາງ​ການ​ຕາ​ມຄຳ​ເຊື້ອ​ເຊີນ​ຂອງ​ນາຍົກລັດຖະມົນຕີ ມາ​​ເລ​ເຊຍ ທ່ານ Najib Tun Razak.

    ການ​ຢ້ຽມຢາມ​ໄດ້​ດຳ​ເນີນ​​ໄປ​ກົງ​ກັບ​​ໂອກາດ​ສະ​ເຫຼີມສະຫຼອງ 50 ປີ​ແຫ່ງ​ການ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ.

   ຕາມ​ແຜນ​ດຳ​ເນີນ​ງານ, ທ່ານ ນາຍົກລັດຖະມົນຕີ Erdogan ຈະ​ມີ​​ການ​ພົບ​ປະເຈລະຈາ​ກັບ​ທ່ານນາຍົກລັດຖະມົນຕີ Najib ກ່ຽວກັບ​ການ​ເພີ່ມ​ທະວີ​ການ​ໂອະ

​ລົ​ມສົນທະນາ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆຄື ການ​ເມືອງ, ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ, ການ​ສຶກສາ ​ແລະ ການ​ປ້ອງ​ກັນ​ປະ​ເທດ. ຜູ້ນຳ​ສອງ​ທ່ານ​ກໍ່​ຈະ​ປຶກສາ​ຫາລື ​ແລະ ​ແລກປ່ຽນ​ທັດສະນະ​ກ່ຽວກັບ​ບັນດາ​ບັນຫາ​ເຊິ່ງທັງ​ໃນ​ພາກພື້ນ ​ແລະ ສາກົນ​ລ້ວນ​ແຕ່​ມີ​ຄວາມ​ສົນ​ໃຈ. ການ​ຢ້ຽມຢາມ ມາ​​ເລ​ເຊຍ ​ແມ່ນ​ພາກສ່ວນໜຶ່ງ​​ໃນ​ການ​ຢ້ຽມຢາມ​ບັນດາ​ປະ​ເທດ​ອາຊີ​ຂອງນາຍົກລັດຖະມົນຕີ Erdogan, ​ເຊິ່ງລວມມີ ຍີ່​ປູນ ​ແລະ ສິງກະ​ໂປ.

ຂ່າວ/ບົດ​ອື່ນ