ນາຍົກລັດຖະມົນຕີປະກາດຄຳສັ່ງກ່ຽວກັບການພັດທະນາແບບຍືນຍົງ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຫາກໍ່ເຊັນປະກາດຄຳສັ່ງກ່ຽວກັບການພັດທະນາແບບຍືນຍົງ.

ຄຳສັ່ງຊີ້ແຈ້ງວ່າ: ການພັດທະນາແບບຍືນຍົງແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດຫວຽດນາມ. ທ່ານນາຍົກລັດຖະມົນຕີ ມີຄຳສັ່ງຊີ້ນຳບັນດາກະຊວງ, ຂະແໜງການ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຮີບເຮັ່ງສ້າງສຳເລັດແຜນການ/ໂຄງການການກະທຳໃນການປະຕິບັດໂຄງການດຳເນີນງານ 2030 ໃນປີ 2019 ຕາມການມອບໝາຍ. ສັບຊ້ອນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງເຂົ້າກັບການສ້າງ ແລະ ປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມຢູ່ທຸກຂັ້ນ, ຂະແໜງການ ແລະ ທ້ອງຖິ່ນຢ່າງມີປະສິດທິຜົນ. ຜັນຂະຫຍາຍບັນດາແຜນນະໂຍບາຍໜູນຊ່ວຍໃຫ້ຜູ້ທຸກຍາກ, ຜູ້ໃກ້ຈະຈັດເຂົ້າໃນບັນຊີລາຍຊື່ຜູ້ທຸກຍາກ, ຊາວເຜົ່າສ່ວນໜ້ອຍ, ບັນດາເປົ້າໝາຍນະໂຍບາຍສັງຄົມ ແລະ ບັນດາເປົ້າໝາຍອື່ນໆທີ່ມີຄວາມສ່ຽງສູງ.

ຕອບກັບ

ຂ່າວ/ບົດ​ອື່ນ