ນາຍົກລດຖະມົນຕີ ປາກິດສະຖານ Mir Hazar Khan Khoso
ພາບ:Reuters
|
(vovworld) - ວັນທີ 3/5, ນາຍົກລັດຖະມົນຕີຊົ່ວຄາວປາກິດສະຖານ Mir Hazar Khan Khoso ໄດ້ໝັ້ນໝາຍຈະມອບໂອນສິດອຳນາດໃຫ້ແກ່ຜູ້ໄຊຊະນະໃນການເລືອກຕັ້ງທົ່ວປະເທດ ຊື່ງຄາດວ່າຈະຈັດຂຶ້ນໃນວັນທີ 11/5 ຈະມາເຖິງຢູ່ປະເທດນີ້. ກ່າວຄຳເຫັນທາງໂທລະພາບ,ທ່ານ Mir Hazar Khan Khoso ໄດ້ຢືນຢັນວ່າ: ຈະບໍ່ແກ່ຍາວອາຍຸການຂອງລັດຖະບານຊົ່ວຄາວໃນບໍ່ວ່າເງື່ອນໄຂ ແລະ ສະພາບໃດ ພ້ອມທັງບໍ່ອະນຸຍາດບໍ່ວ່າຜູ້ໃດທຳລາຍສັນຕິພາບ ແລະ ເຮັດໃຫ້ຊີວິດອີນຊີ ກໍຄືຊັບສິນຂອງປະຊາຊົນຖືກຜົນສະທ້ອນ. ທ່ານນາຍົກລັດຖະມົນຕີ Mir Hazar Khan Khoso ໝັ້ນໝາຍ ການເລືອກຕັ້ງຈະດຳເນີນໄປຢ່າງເສລີພາບ, ຍຸຕິທຳ, ໂປ່ງໃສ ແລະ ສັນຕິພາບ. ລັດຖະບານຈະປະຕິບັດບັນດາມາດຕະການທີ່ຈຳເປັນເພື່ອບັນລຸຈຸດໝາຍດັ່ງກ່າວ.