(VOVWORLD) - ທ່ານ ນາຍົກລັດຖະມົນຕີຟ້າມມິນຈິງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການເປັນປະທານ ຈົ່ງສືບຕໍ່ກວດກາຄືນ, ຕີລາຄາ, ຮອບດ້ານ ເລື່ອງຜັນຂະຫຍາຍການປະຕິບັດບັນດານະໂຍບາຍ, ກົດໝາຍທີ່ກ່ຽວຂ້ອງໃນປະຈຸບັນ.
(ສະພາບກອງປະຊຸຸມ) |
|
ຕອນບ່າຍວັນທີ 4 ເມາສາ, ຢູ່ຮ່າໂນ້ຍ, ລັດຖະບານໄດ້ຮັບຟັງ, ປຶກສາຫາລືຂໍ້ສະໜີສ້າງກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ທຶນຂອງລັດ ລົງທຶນເຂົ້າໃນການຜະລິດ ດຳເນີນທຸລະກິດຢູ່ວິສາຫະກິດ (ສະບັບປັບປຸງ), ສະເໜີການສ້າງຮ່າງກົດໝາຍວ່າດ້ວຍການພັດທະນາອຸດສາຫະກິດ; ຮ່າງກົດໝາຍວ່າດ້ວຍການກວດ, ປິ່ນປົວພະຍາດ.
ສະຫລຸບກ່ຽວກັບເນື້ອໃນການສ້າງກົດໝາຍ, ທ່ານ ນາຍົກລັດຖະມົນຕີຟ້າມມິນຈິງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການເປັນປະທານ ຈົ່ງສືບຕໍ່ກວດກາຄືນ, ຕີລາຄາ, ຮອບດ້ານ ເລື່ອງຜັນຂະຫຍາຍການປະຕິບັດບັນດານະໂຍບາຍ, ກົດໝາຍທີ່ກ່ຽວຂ້ອງໃນປະຈຸບັນ; ຄົ້ນຄ້ວາບົດຮຽນຂອງສາກົນ ເພື່ອສ້າງສຳເນົາເອກະສານສະເໜີການສ້າງບັນດາຮ່າງກົດໝາຍທີ່ສອດຄ່ອງກັບເງື່ອນໄຂຂອງຫວຽດນາມ ແລະ ເໝາະສົມກັບສະພາບການປະຈຸບັນ ໃນສະສົມບູນແບບ. ທ່ານນາຍົກລັດຖະມົນຕີຟ້າມມິນຈິງ ຊີ້ແຈ້ງວ່າ, ກົດໝາຍສະບັບຕ່າງໆ ຕ້ອງຕິດພັນກັບສສະພາບຕົວຈິງ, ເປີດກາລະໂອກາດເພື່ອສຸມໃສ່ພັດທະນາເສດຖະກິດສັງຄົມ.