(vovworld) – ຕອນເຊົ້າວັນທີ 24/01, ຢູ່ເມືອງ ຊວງໂລກ ແລະ ເທດສະບານ ລອງແຄ໋ງ (ແຂວງດົ່ງນາຍ) ໄດ້ຮັບຂໍ້ຕົກລົງຂອງນາຍົກລັດຖະມົນຕີ ຮັບຮູ້ບັນລຸໄດ້ມາດຖານຊົນນະບົດໃໝ່. ນີກໍ່ແມ່ນ 2 ຫົວໜ່ວຍທຳອິດໃນທົ່ວປະເທດບັນລຸມາດຖານຊົນນະບົດໃໝ່.
ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ໄດ້ຍ້ອງຍໍແຂວງດົ່ງນາຍ ໄດ້ກາຍເປັນແຂວງນຳໜ້າໃນທົ່ວປະເທດໃນການກໍ່ສ້າງຊົນນະບົດໃໝ່ ດ້ວຍຕົວເລກ 38%, ຂະນະທີ່ຄິດສະເລ່ຍໃນທົ່ວປະເທດຕາແສງບັນລຸໄດ້ມາດຖານຊົນນະບົດໃໝ່ບັນລຸເກືອບ 9% ເທ່ົານັ້ນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຮຽກຮ້ອງໃຫ້ແຂວງດົ່ງນາຍ ພ້ອມກັບບັນດາທ້ອງຖິ່ນອື່ນ ຕ້ອງສືບຕໍ່ຖືການກໍ່ສ້າງຊົນນະບົດໃໝ່ແມ່ນໜ້າທີ່ການເມືອງສຳຄັນ; ຍູ້ແຮງການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຜະລິດ ແລະ ລ້ຽງສັດ. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ, ຄາດໝາຍຂອງລັດຖະບານແມ່ນຮອດທ້າຍປີ 2015, ມີ 20% ຈຳນວນຕາແສງບັນລຸມາດຖານຊົນນະບົດໃໝ່ ແລະ ຄາດໝາຍຍື່ນສະເໜີຕໍ່ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 12 ຂອງພັກ ແມ່ນຈະມີ ½ ຈຳນວນຕາແສງໃນທົ່ວປະເທດບັນລຸມາດຖານຊົນນະບົດໃໝ່ພາຍຫຼັງ 5 ປີອີກ.