ນາຍົກລັດຖະມົນຕີມາເລເຊຍເນັ້ນໜັກເຖິງຄວາມຮຽກຮ້ອງຮັກສາການຮ່ວມມືອາຊຽນ+3

ນາຍົກລັດຖະມົນຕີມາເລເຊຍເນັ້ນໜັກເຖິງຄວາມຮຽກຮ້ອງຮັກສາການຮ່ວມມືອາຊຽນ+3 - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ Najib Razak
(ພາບ: sputniknew)

(vovworld) – ວັນ​ທີ 21/11, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ Najib Razak ຢືນ​ຢັນ​ວ່າ, ອາ​ຊຽນ ຕ້ອງ​ຮັບ​ປະ​ກັນ​ຮັກ​ສາ​ການ​ຮ່ວມ​ມື​ກັບ​ບັນ​ດ​ຄູ່​ຮ່ວມ​ມື, ຄູ່​ເຈ​ລະ​ຈາ​ຢູ່​ພາກ​ພື້ນ​ອາ​ຊີຕາເວັນ​ອອກ ​ໄວ້​ຜ່ານ​ບັນ​ດາ​ຂໍ້​ລິ​ເລີ່ມ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸ​ມ​ຂັ້ນ​ສູງ​ອາ​ຊຽນ +3, ​ທີ່ດຳ​ເນີນ​​ຢູ່​ກົວ​ລ​າ​ລ​ຳ​ເປີ, ທ່າ​ນນາ​ຍົກ​ລັດ​ຖ​ະ​ມົນ​ຕີ Najib Razak ໃຫ້​ຮູ້​ວ່າ, ການ​ຮ່ວມ​ມື​ກັບ 3 ຄູ່​ຮ່ວມ​ມື​ແມ່ນ ຈີນ, ຍີ່​ປຸ່ນ ແລະ ສ.ເກ​ົ​າ​ຫຼີ ແມ່ນ​ກຳ​ລັງ​ໜູນ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ຢູ່​ພາກ​ພື້ນ​ ກວ່າ​ອີກ, ມຸ່ງ​ໄປ​ເຖິງ​ຈຸດ​ໝາຍ​ຍາວ​ນານ​ຂອງ​ເລື່ອງ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊີ​ຕາ​ເວັນ​ອອກ. ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Najib Razak ເນັ້ນ​ໜັກ​ວ່າ ​ການ​ຮັກ​ສາ​ການ​ຮ່ວມ​ມື​ກັບ 3 ປະ​ເທດ​ດັ່ງ​ກ່າວ ກໍ່​ເປັນການ​ປະ​ກອບ​ສ່ວນ​ຢ່າງ​​ຕັ້ງ​ໜ້າເຂົ້າ​ໃນ​ເລື່ອງ​ຍົກ​ສ​ູງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ໃນ​ອາ​ຊຽນ ແລະ ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ກໍ​່ທີ່ກອງ​ປະ​ຊຸ​ມ​ຂັ້​ນ​ສູງ​ອາ​ຊຽນ +3, ຝ່າຍ​ຈີນ​ ກໍ່ໃຫ້​ຮູ້​ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ອື່ນໆ ເພື່ອ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​​ກ່ຽວ​ກັບ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖ​ະ​ກິດ​ຮອບ​ດ້ານ​ຢູ່​ພາກ​ພື້ນ (RCEP) ໃນ​ປີ 2016 ​ແນ​ໃສ່​ຊຸກ​ຍູ້​​ດ້ານກາ​ນ​ຄ້າ ແລະ ການ​ເຊື່ອມ​ໂຍງ​​ຢູ່ພາກ​ພື້ນ.

ຂ່າວ/ບົດ​ອື່ນ