ນາຍົກລັດຖະມົນຕີລາຊະອານາຈັກໄທຢ້ຽມຢາມ ຫວຽດນາມຢ່າງເປັນທາງການ

ນາຍົກລັດຖະມົນຕີລາຊະອານາຈັກໄທຢ້ຽມຢາມ ຫວຽດນາມຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີລາຊະ​ອານາຈັກໄທ ປຣາຢຸດ ຈັນ​ໂອ​ຈາ ​
(ພາບ: AFP)


(vovworld) - ວັນ​ທີ 27/11, ທ່ານ​ນາຍົກລັດຖະມົນຕີລາຊະ​ອານາຈັກໄທ ປຣາຢຸດ ຈັນ​ໂອ​ຈາ ​ ​ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ້ນຢຸງ. ນີ້​ແມ່ນ​ການ​ຢ້ຽມຢາມ​ຫວຽດນາມ ຄັ້ງ​ທຳ​ອິດ​ຂອງ​ທ່ານ ປຣາຢຸດ ນັບ​ແຕ່​ພາຍຫຼັງ​ຂຶ້ນກຳ​​ອຳນາດ​ການ​ທະຫານ ​ໄທ. ຜ່ານ 38 ປີ ​ການ​ພົວພັນ​ທາງ​ການ​ທູດ, ຫວຽດນາມ ​ແລະ ​ໄທ ​ໄດ້​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ພິ​ເສດ​​ແມ່ນ​ດ້ານ​ເສດຖະກິດ. ຈຸດ​ທີ່​ພົ້ນ​ເດັ່ນ​ຂອງ​ການ​ພົວພັນ​ນີ້ ​ແມ່ນ​ກອງ​ປະຊຸມ​​ລະຫວ່າງ​ລັດຖະບານ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ກ່ອນ​ໜ​້ານີ້ 10 ປີ. ພາຍຫຼັງ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ອຳນາດ​ການ​ປົກຄອງ​ການທະຫານ ​ໄທ ​ໃຫ້​ຮູ້​ວ່າ: ຈະ​ຊຸກຍູ້​ເພື່ອ​ສືບ​ຕໍ່ຮັກສາ​ກອງ​ປະຊຸມ​ລະຫວ່າງ​ລັດຖະບານ​ນີ້.

ຂ່າວ/ບົດ​ອື່ນ