ນາຍົກລັດຖະມົນຕີລາວເປັນປະທານຮ່ວມກອງປະຊຸມຄັ້ງທີ39ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ລາວ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ
ທ່ານນາຍົກລັດຖະມົນຕີສປປ.ລາວ ທອງລຸນ ສີສຸລິດ
(ພາບປະກອບ: baochinhphu.vn)
(vovworld) - ວັນທີ 07/02, ທ່ານນາຍົກລັດຖະມົນຕີສປປ.ລາວ ທອງລຸນ ສີສຸລິດ ໄດ້ນຳໜ້າຄະນະຜູ້ແທນລາວ ມາຫວຽດນາມ ເຂົ້າຮ່ວມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 39 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ລາວ ເຊິ່ງຈັດຕັ້ງຢູ່ຮ່າໂນ້ຍ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ.
2 ຝ່າຍໄດ້ດຳເນີນກອງປະຊຸມຄັ້ງທີ 39 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ລາວ ຢູ່ຮ່າໂນ້ຍ, ເພື່ອແນໃສ່ສືບຕໍ່ຢືນຢັນບຸລິມະສິດໃນນະໂຍບາຍການຕ່າງປະເທດແມ່ນພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ປະເທດ, ເຫັນດີເປັນເອກະພາບຊີ້ິ້ນຳຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງບໍ່ຢຸດຢັ້ງໃນໄລຍະຈະມາເຖິງ.