ນາຍົກລັດຖະມົນຕີສ.Slovakiaເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ

ນາຍົກລັດຖະມົນຕີສ.Slovakiaເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.Slovakia Robert Fico
(ພາບ​ປະ​ກອບ: Sputnik)

(vovworld) - ​​ ​​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ສ.ຫວຽດ​ນາມ ຫງວຽນ​ຊວນ​ຟຸກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.Slovakia Robert Fico ເລີ່​ມ​ຕົ້ນ​ຢ້​ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຄັ້ງ​ທີ 2 ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Robert Fico ແລະ ໄ​ດ້​ຮັບ​ການ​ປະ​ຕິ​ບັດ​ພາຍ​ຫຼັງ​ທ່ານ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ຄືນ​ໃໝ່​ໃນ​ເດືອນ 03/2016. ການ​ຢ້ຽມ​ຢາມ​ຫວຽດ​ນາມ​ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Robert Fico ຄັ້ງ​ນີ້ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຫຼາຍ​ດ້ານ​ຫວຽດ​ນາມ - Slovakia; ຍູ້​ແຮງ​ການ​ຮ່ວມ​ມື​ໃນ​​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ມຶນ, ການ​ສຶກ​ສາ ບຳ​ລຸງ​ສ້າງ; ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ