ນາຍົກລັດຖະມົນຕີຫງວຽນຊວນຟຸກ ເຮັດວຽກກັບການນຳແຂວງບີງດິ້ງ

(VOVWORLD) -ຕອນເຊົ້າວັນທີ 20 ມັງກອນ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ ໄດ້ລົງເຮັດວຽກກັບຄະນະການນຳແຂວງບີງດິ້ງ
ນາຍົກລັດຖະມົນຕີຫງວຽນຊວນຟຸກ ເຮັດວຽກກັບການນຳແຂວງບີງດິ້ງ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພ້ອມກັບຄະນະການນຳແຂວງບີງດິ້ງ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ເນັ້ນໜັກວ່າ ທ່ອງທ່ຽວຍັງຄົງແມ່ນຂົງເຂດທີ່ສຳຄັນຂອງບິງດິ້ງ ແລະ ໃນອະນາຄົດ, ການທ່ອງທ່ຽວຈະກາຍເປັນຂະແໜງເສດຖະກິດປາຍແຫຼມຂອງແຂວງ. ທ່ານ ນາຍົກລັດຖະມົນຕີຫງວຽນຊວນຟຸກ ສະເໜີການນຳແຂວງບີງດິ້ງ ຕ້ອງມີຄວາມຕັດສິນໃຈ, ສະແດງຄວາມຄາດຫວັງພັດທະນາດ້ວຍການເຕີບໂຕກວມລວມ. ການພັດທະນາຂອງແຂວງບີງດິ້ງຕ້ອງຕັ້ງຢູ່ໃນເຂດພັດທະນາເຂດເສດຖະກິດພາກກາງ ແລະ ເຂດໄຕງວຽນ.

    ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ພ້ອມດ້ວຍຄະນະໄດ້ໄປຖະຫວາຍດອກໄມ້ທູບທຽນບູຊາຢູ່ອະນຸສາວະລີ ຫງວຽນຊິງຊັກ-ຫງວຽນເຕິດແທ່ງ ທີ່ນະຄອນ ກຸຍເຍີນ. 

ຕອບກັບ

ຂ່າວ/ບົດ​ອື່ນ