ນາຍົກລັດຖະມົນຕີຫງວຽນຊວນຟຸກ:ການສົ່ງອອກກຸ້ງຫວຽດນາມຮອດປີ2025ບັນລຸມູນຄ່າ10ຕື້USD

ນາຍົກລັດຖະມົນຕີຫງວຽນຊວນຟຸກ:ການສົ່ງອອກກຸ້ງຫວຽດນາມຮອດປີ2025ບັນລຸມູນຄ່າ10ຕື້USD - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ພັດ​ທະ​ນາ​ຂະ​ແໜງ​ກຸ້ງ ຫວຽດ​ນາມ
(ພາບ: Thống Nhất - ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ)

(vovworld) - ​​​ຕອນ​ເຊົ້າ​ວັນ​ທີ 6/2, ຢູ່​ນະ​ຄອນ ກາ​ເມົາ, ແຂວງ ກາ​ເມົາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ພັດ​ທະ​ນາ​ຂະ​ແໜງ​ກຸ້ງ ຫວຽດ​ນາມ. ກອງ​ປະ​ຊຸມ​ພັດ​ທະ​ນາ​ຂະ​ແໜງ​ກຸ້ງ ຫວຽດ​ນາມ ກໍ່​ແມ່ນ​ໂອ​ກາດ​ເພື່ອ​ຍົກ​ອອກ​ມາດ​ຕະ​ການ​ເພື່ອ​ຊ່ວຍ​ໃຫ້​ບັນ​ດາ​ຜະ​ລິດ​ຕະ​ພັນ​ກຸ້ງ ຫວຽດ​ນາມ ​ສາ​ມາດແກ່ງ​ແຍ້ງ​ກັບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງຫຼາຍ​ປະ​ເທດ​ໃນ​ໂລ​ກ​ໄດ​້. ຕາມນັ້ນ​ແລ້ວ, ສູ້​ຊົນ​ຮອດ​ປີ 2020, ວົງ​ເງິນ​ສົ່ງ​ອອກ​ກຸ້ງ​ໃນ​ທົ່ວ​ປະ​ເທດ​ບັນ​ລຸ​ໃຫ້​ໄດ້ 10 ຕື້ USD. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ເນັ້ນ​ໜັກ​ວ່າ:

        “ຂ້າ​ພະ​ເຈົ້າ​ໄດ້​​ຕັ້ງ​ບັນ​ຫາ​ກັບ​ຂະ​ແໜງ​ກຸ້ງ ກ່ອນ​ປີ 2025 ຫຼື ຮອດ​ປີ 2025 ການ​ສົ່ງ​ອອກ​ກຸ້ງຕ້ອງ​ບັນ​ລຸ​ໃຫ້​ໄດ້ 10 ຕື້ USD, ກາຍ​ເປັນ​ຂະ​ແໜງ​ປາຍ​ແຫຼມ​ໃນ​ຂະ​ແໜງ​ກະ​ສິ​ກຳ ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຂະ​ແໜງ​ກຸ​ຸ້ງ​ຕ້ອງ​ສະ​ໜັບ​ສະ​ໜ​ູ​ນ​ຄຳ​ຕັດ​ສິນ​ໃຈ​ນັ້ນ​ຂອງ ຫວຽດ​ນາມ.”

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ເນັ້ນ​ໜັກ​ເຖິງ​ກຸນ​ແຈ​ເພື່ອ​ພັດ​ທ​ະ​ນາ​ຂະ​ແໜງ​ກຸ້ງ​ຂອງ ຫວຽດ​ນາມ ນັ້ນ​ແມ່ນ​ນຳ​ໃຊ້​ບັນ​ດາ​ທ່າ​ແຮງ​ຂອງ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4, ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ຊີ​ວະ​ພາບ, ຫັນ​ເປັນ​ອັດ​ຕະ​ໂນ​ມັດເພື່ອ​ຮັບ​ໃຊ້​ຂະ​ແໜງ​ກຸ້ງ.

        ກ່ອນ​ໜ້ານັ້ນ, ຕອນ​ບ່າຍ​ວັນ​ທີ 5/2, ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ໄດ້​ລົງ​ຢ້ຽມ​ຢາມ​ຮູບ​ແບບ​ການ​ປຸງ​ແຕ່ງ​ກຸ້ງ​ສົ່ງ​ອອກ​ຂອງ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ກຸ່ມ​ບໍ​ລິ​ສັດສິນ​ໃນ​ນ້ຳ ມີງ​ຟູ໋, ນະ​ຄອນ ກາ​ເມົາ, ແຂວ​ງ ກາ​ເມົາ.


ຂ່າວ/ບົດ​ອື່ນ