(VOVWORLD) -ຕອນບ່າຍວັນທີ 01 ເມສາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Han Chang woo, ປະທານກຸ່ມບໍລິສັດ Maruhan, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ
ຕ້ອນຮັບທ່ານ Han Chang woo, ປະທານກຸ່ມບໍລິສັດ Maruhan
(ພາບ: TTXVN)
|
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຕີລາຄສູງເລື່ອງກຸ່ມບໍລິສັດມີຄວາມສົນໃຈເຖິງຕະຫຼາດຫວຽດນາມ, ໃນນັ້ນມີຂົງເຂດການເງິນ, ທະນາຄານ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ຈະສ້າງເງື່ອນໄຂສະດວກ, ຕ້ອນຮັບບັນດານັກລົງທຶນຕ່າງປະເທດມາທຳມາຫາກິນຢູ່ຫວຽດນາມ.
ສ່ວນທ່ານ Han Chang woo, ປະທານກຸ່ມບໍລິສັດ Maruhan ໄດ້ສະແດງຄວາມເຊື່ອໝັ້ນວ່າ, ເສດຖະກິດຫວຽດນາມ ສືບຕໍ່ພັດທະນາຢ່າງແຮງ, ຍ້ອມມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ. ທ່ານ Han Chang woo ໃຫ້ຮູ້ວ່າ, ທ່ານເອງ ແລະ ກຸ່ມບໍລິສັດ Maruhan ປາດຖະໜາຢາກຊຸກຍູ້ການລົງທຶນເຂົ້າຫວຽດນາມ ແລະ ອຸທິດສ່ວນເຂົ້າໃນການພັດທະນາຂອງຫວຽດນາມ.