ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີການຕ່າງປະເທດສປປ.ເກົາຫຼີ

(VOVWORLD) -ຕອນບ່າຍວັນທີ 01 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດສປປ.ເກົາຫຼີ Ri Yong Ho ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີການຕ່າງປະເທດສປປ.ເກົາຫຼີ - ảnh 1(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີການຕ່າງປະເທດສປປ.ເກົາຫຼີ)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກປັບປຸງ, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອກັບພັກ, ລັດຖະບານ ແລະ ປະຊາຊົນສປປ.ເກົາຫຼີ; ພ້ອມແລ້ວທີ່ຈະພ້ອມກັບລັດຖະບານ ແລະ ປະຊາຊົນ ສປປ.ເກົາຫຼີ ດຳເນີນການພົບປະແລກປ່ຽນ, ຮ່ວມມືໃນບັນດາຂົງເຂດ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

        ກ່ຽວກັບບັນຫາແຫຼມເກົາຫຼີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊົມເຊີຍ ບັນດາບາດກ້າວຄືບໜ້າອັນຕັ້ງໜ້າໃນແຫຼມເກົາຫຼີ, ພິເສດແມ່ນບັນດາໝາກຜົນທີ່ບັນລຸໄດ້ທີ່ບັນດາການພົບປະຄັ້ງສຸດຍອດລະຫວ່າງສປປ.ເກົາຫຼີ ກັບ ອາເມລິກາ ແລະ ສ.ເກົາຫຼີ ໃນໄລຍະຜ່ານມາ; ເນັ້ນໜັກວ່າ, ຫວຽດນາມ ພ້ອມແລ້ວທີ່ຈະຕັ້ງໜ້າປະກອບສ່ວນໃນວິວັດທະນາຖານເຈລະຈາລະຫວ່າງສປປ.ເກົາຫຼີ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ.

        ສ່ວນທ່ານລັດຖະມົນຕີ Ri Yong Ho ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພັກ, ລັດຖະບານສປປ.ເກົາຫຼີ ແມ່ນສືບຕໍ່ປັບປຸງ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ. ທ່ານລັດຖະມົນຕີ Ri Yong Ho ເນັ້ນໜັກເຖິງຄວາມປາດຖະໜາຢາກເພີ່ມທະວີການພົບປະແລກປ່ຽນ, ຮ່ວມມືໃນທຸກຂົງເຂດຕາມຄວາມຕ້ອງການ ແລະ ຄວາມສາມາດບົມຊ້ອນຂອງ 2 ປະເທດ, ເໝາະສົມກັບການພັດທະນາໃນສະພາບການໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ