ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບອະດີດປະທານສະພາສູງມາເລເຊຍ
ທ່ານອະດິດປະທານສະພາສູງ ມາເລເຊຍ Tan Sri Dato Michael Chen Wing Sum ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
(ພາບ: Thống Nhất/TTXVN)
|
(vovworld) - ຕອນບ່າຍວັນທີ 27/9, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານອະດິດປະທານສະພາສູງ ມາເລເຊຍ Tan Sri Dato Michael Chen Wing Sum, ພວມມີການຢ້ຽມຢາມ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ຫວຽດນາມ ພວມຢູ່ໃນໄລຍະຍູ້ແຮງຫັນເປັນອຸດສາຫະກຳ, ທັນສະໄໝ, ສຸມໃສ່ມານະພະຍາຍາມສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ແລະ ປ່ຽນໃໝ່ຮູບແບບການເຕີບໂຕ. ປະຊາຄົມເສດຖະກິດ ອາຊຽນ ໄດ້ຮັບການສ້າງຕັ້ງ, ນຳມາເຊິ່ງທັງກາລະໂອກາດ ແລະ ສິ່ງທ້າທາຍໃຫ້ແກ່ບັນດາປະເທດສະມາຊິກ. ໃນສະພາບການນັ້ນ, ຫວຽດນາມ ກຳນົດຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າກັບບັນດາປະເທດ ອາຊຽນ, ໃນນັ້ນມີ ມາເລເຊຍ ແມ່ນທິດບຸລິມະສິດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ສະຫງວນບຸລິມະສິດກໍ່ຄືສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ມາເລເຊຍ. ທ່ານ ຫງວຽນຊວນຟຸກ ຊົມເຊີຍບັນດາທະນາຄານຂອງ ມາເລເຊຍ ທີ່ໄດ້ມີການເອົາໃຈໃສ່ຮ່ວມມືລົງທຶນເຂົ້າຕະຫຼາດທະນາຄານ - ການເງິນ ຫວຽດນາມ. ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ໃນໄລຍະການປະຕິວັດເຕັນໂນໂລຢີຄືປະຈຸບັນ, ຫວຽດນາມ ສຸມໃສ່ດຶງດູດການລົງທຶນຈາກຕ່າງປະເທດ ນຳມາເຊິ່ງມຸນຄ່າເພີ່ມສູງ, ຮັບປະກັນການພັດທະນາແບບຍືນຍົງ.