ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ (ຂວາ) ຕ້ອນຮັບທ່ານເອກອັກຄະລັດຖະທູດ ກຳປູເຈຍ Prak Nguon Hong
|
(vovworld) – ຕອນບ່າຍວັນທີ 8/11, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສິງກະໂປ Catherine Wong. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມຫວັງຢາກໃຫ້ ສິງກະໂປ ກາຍເປັນນັກລົງທຶນ ແລະ ແມ່ນຄູ່ຮ່ວມມືການຄ້າແຖວໜ້າຂອງ ຫວຽດນາມ ໂດຍໄວ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ 2 ປະເທດເພີ່ມທະວີການເຊື່ອມຕໍ່ 2 ພື້ນຖານເສດຖະກິດ, ຮັບຮອງເອົາເລື່ອງສ້າງຕັ້ງບັນດາເຂດອຸດສາຫະກຳ ແລະ ຕົວເມືອງ ຫວຽດນາມ - ສິງກະໂປ ຕື່ມອີກ, ກໍ່ຄືເຊື້ອເຊີນບັນດາກຸ່ມບໍລິສັດນາໆຊາດມີສຳນັກງານຕັ້ງຢູ່ ສິງກະໂປ ເຂົ້າມາລົງທຶນຢູ່ ຫວຽດນາມ.
ກ່າວຄຳເຫັນໃນການຕ້ອນຮັບທ່ານເອກອັກຄະລັດຖະທູດ ກຳປູເຈຍ Prak Nguon Hong ເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດມາຮັບໜ້າທີ່ການທູດຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ: ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດຢ່າງສູງໃຫ້ແກ່ການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ກັບ ກຳປູເຈຍ. ທ່ານນາຍົກລັດຖະມົນຕີ ຫວັງວ່າ, ໃນອາຍຸການຂອງຕົນ, ທ່ານເອກອັກຄະລັດຖະທູດຈະມີການປະກອບສ່ວນຢ່າງຕັ້ງໜ້າ, ນຳການພົວພັນມິດຕະພາບລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາກ່ວາອີກ.