ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບແຂກສາກົນ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບແຂກສາກົນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມົງ​ໂກນ Dorj Enkhbat 

(vovworld) – ​ຕອນ​ບ່າຍ​ວັນ​ທ​ີ 18/10, ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Bojidar Loukarssky, ລັດ​ຖະ​ມົນ​ຕີ​ກະ​ຊວງ​ເສດ​ຖະ​ກິດ ບຸນ​ກາ​ຣີ, ພວມ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຫວັງ​ວ່າ 2 ຝ່າຍ​ຈະເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ຊຸກ​ຍູ້​ການ​ພົວ​ພັນ​ແລກ​ປ່ຽນດ້ານການ​ຄ້າ​ກ່ຽວ​ກັບ​ສິນ​ຄ້າ ແລະ ການ​ບໍ​ລິ​ການກໍ່​ຄື​ການ​ລົງ​ທຶນ​ກ່​ວາ​ອີກ.

        ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ Bojidar Loukarssky ໄດ້​ແຈ້ງ​ໃຫ້​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮັບ​ຊາບ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ - ການ​ຄ້າ ຫວຽດ​ນາມ ເຈີ່ນ​ແອງ​ຕ໋ວ​ນ ​ເຊິ່ງ​ໄດ້​ດຳ​ເນີນກ່ອນ​ໜ້ານັ້ນ ແລະ ທ່ານ​ໃຫ້​ຮູ້​ວ່າ: 2 ຝ່າຍ​ໄດ້​ຊອກ​ຮູ້, ຍົກ​ອອກ​ການ​ກຳ​ນົດ​ທິດຫຼາຍ​ຢ່າງ​ເພື່ອ​ຊ​ຸກ​ຍູ້​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

        ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Dorj Enkhbat, ເອກ​ອັກ​ຄະ​ລັດ​ຖະ​ທູດວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ມົງ​ໂກນ ເຂົ້າ​ຢ້ຽມ​ອຳ​ລາ​ເນື່ອງ​ໃນ​ໂອ​ກາດ​ສິ້ນ​ສຸດ​ໜ້າ​ທີ່​ການ​ທູດ​ຢູ່ ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາການ​ປະ​ກອບ​ສ່ວນ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Dorj Enkhbat ໃນ​ອາ​ຍຸ​ການ​ປະ​ຕິ​ບັດ​ງານ​ຢູ່ ຫວຽດ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຖ​ື​ວ່າ ບັນ​ດາ​ໝາກ​ຜົນ​ນັ້ນ​ປະ​ກອ​ບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ ແລະ ເປັນ​ມູນ​ເຊື້ອ​ລະ​ຫວ່າງ 2 ປະ​ເທດ, ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ມີ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່​ໃນ​ບັນ​ດາ​ຂົງ​ເຂດ​ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ.

        ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Dorj Enkhbat ​ກໍ່ຂອ​ບ​ອົບ​ຂອບ​ໃຈ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຫວຽດ​ນາມ ​ທີ່ໄດ້​ສ້າງ​ເງື່ອນ​ໄຂ​ສ​ະ​ດວ​ກ​ຊ່ວຍ​ທ່ານ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ໃນ​ໄລ​ຍະ​ຜ່ານ​ມາ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ 2 ປະ​ເທດ. ທ່ານ Dorj Enkhbat ໃຫ້​ຮູ້​ວ່າ ຈະ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ 2 ປະ​ເທດ.


ຂ່າວ/ບົດ​ອື່ນ