ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບປະຊາຄົມຊາວຫວຽດນາມອາໄສຢູ່ນິວຊີແລນ

(VOVWORLD) -ໃນຂອບເຂດການຢ້ຽມຢາມນິວຊີແລນ ຢ່າງເປັນທາງການ, ຕອນບ່າຍວັນທີ 12 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽນຊວນຟຸກ ແລະ ພັນລະຍາໄດ້ໄປຢ້ຽມຢາມມະຫາວິທະຍາໄລເຕັກໂນໂລຊີ Auckland (AUT).
ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບປະຊາຄົມຊາວຫວຽດນາມອາໄສຢູ່ນິວຊີແລນ - ảnh 1 (ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບປະຊາຄົມຊາວຫວຽດນາມອາໄສຢູ່ນິວຊີແລນ)

ໂຮງຮຽນໄດ້ບຳລຸງສ້າງຫຼາຍຂະແໜງທີ່ມີຄຸນນະພາບແຖວໜ້າຂອງໂລກ. ໂຮງຮຽນເລີ່ມເປີດກວ້າງການຮ່ວມມືບຳລຸງສ້າງຢູ່ຫວຽດນາມ ນັບແຕ່ປີ 1993 ແລະ ຢາກຊຸກຍູ້ການຮ່ວມມືດ້ານການສຶກສາກັບຫວຽດນາມ.

        ພາຍຫຼັງໄປຢ້ຽມຢາມໂຮງຮຽນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການໂອ້ລົມກັບບັນດານັກສຶກສາຫວຽດນາມ ທີ່ພວມຮ່ຳຮຽນຢູ່ທີ່ນີ້ ແລະ ພົບປະກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ນິວຊີແລນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ.

        “ພວກເຮົາບັນລຸວົງເງິນການຄ້າ 2 ສົ້ນເກືອບ 1 ຕື້ USD. ພວກເຮົາກໍ່ມີການຮ່ວມມືບັນລຸຜົນສຳເລັດຄື: ຂົງເຂດກະສິກຳ, ພະລັງງານຜະລິດຄືນໃໝ່ ແລະ ບາງຂົງເຂດອື່ນໆ. ແຕ່ຄວາມສາມາດບົ່ມຊ້ອນຮ່ວມມືຍັງໃຫຍ່ຫຼວງຢູ່, ຄວນໄດ້ຮັບການຍູ້ແຮງດ້ວຍຂອບຂະໜາດໃຫຍ່ກວ່າ. ນີ້ແມ່ນໜ້າທີ່ສຳຄັນຂອງສະຖານທູດ, ບັນດາທູດການຄ້າ, ວິສາຫະກິດຫວຽດນາມ. ໂດຍສະເພາະເມື່ອຫວຽດນາມ ແລະ ນິວຊີແລນ ແມ່ນສະມາຊິກຂອງສັນຍາ CPTPP ເຊິ່ງຫາກໍ່ໄດ້ຮັບການລົງນາມຢູ່ ຈີເລ”.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງບົດບາດຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ນິວຊີແລນ ແມ່ນຂົວເຊື່ອມຕໍ່ສຳຄັນເພື່ອຊຸກຍູ້ການພົວພັນລະຫວ່າງ 2 ປະເທດ ແລະ ປາດຖະໜາວ່າ ພໍ່ແມ່ປະຊາຊົນຈົ່ງສາມັກຄີກັນ, ອວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ.

        ສຳລັບນັກສຶກສາຫວຽດນາມ ທີ່ພວມຮ່ຳຮຽນຢູ່ນິວຊີແລນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ, ນັກສຶກສາຈະມານະພະຍາຍາມຝຶກຝົນຫຼໍ່ຫຼອມ, ສູ້ຊົນເພື່ອໃຫ້ມີອະນາຄົດທີ່ດີໃຫ້ແກ່ຕົນເອງ ແລະ ປະກອບສ່ວນເຂົ້າໃນການສ້າງສາ, ພັດທະນາປະເທດຊາດໃນອະນາຄົດ.

         ແລະກໍ່ໃນຕອນບ່າຍວັນທີ 12 ມີນາ, ຢູ່ນະຄອນ Auckland, ເຊິ່ງແມ່ນນະຄອນການຄ້າໃຫຍ່ທີ່ສຸດຂອງ ນິວຊີແລນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະກັບເຈົ້າຄອງນະຄອນ Auckland ທ່ານ Phil Goff. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ນະຄອນ Auckland ເປີດກວ້າງການຮ່ວມມືກັບຫວຽດນາມ ກວ່າອີກ, ໂດຍສະເພາະແມ່ນທາງດ້ານເສດຖະກິດ, ການຄ້າ, ປະກອບສ່ວນນຳວົງເງິນການຄ້າ 2 ສົ້ນຫວຽດນາມ - ນິວຊີແລນ ເພີ່ມຂຶ້ນທົບ 2 ເທົ່າໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ອຳນາດການປົກຄອງນະຄອນ Auckland ສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ Auckland ໄດ້ຮັບສະຖຽນລະພາບ, ມີຄວາມອຸ່ນອ່ຽນໃຈຮ່ຳຮຽນ ແລະ ປະຕິບັດວຽກງານ, ປະກອບສ່ວນເຂົ້າໃນການພັດທະນາຂອງການພົວພັນລະຫວ່າງ 2 ປະເທດເວົ້າລວມ.

        ສ່ວນທ່ານເຈົ້າຄອງນະຄອນ Phil Goff ເນັ້ນໜັກວ່າ, ການພົວພັນລະຫວ່າງນິວຊີແລນ ແລະ ຫວຽດນາມ ພວມພັດທະນາຢ່າງໄວ ແລະ ເຂັ້ມແຂງ; ຕີລາຄາສູງບັນດາການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ ທີ່ມີຕໍ່ການພັດທະນາຂອງນະຄອນ Auckland.

ຕອບກັບ

ຂ່າວ/ບົດ​ອື່ນ