ນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມແລະເຮັດວຽກຢູ່ມະຫາວິທະຍາໄລດ່ານັ້ງ
(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບມະຫາວິທະຍາໄລດ່ານັ້ງ)
(vovworld) - ຕອນເຊົ້າວັນທີ 24/02, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການ ໄດ້ໄປຢ້ຽມຢາມບາງຫົວໜ່ວຍສະມາຊິກ ແລະ ເຮັດວຽກກັບມະຫາວິທະຍາໄລດ່ານັ້ງ. ທີ່ການເຮັດວຽກກັບຄະນະອະທິການບໍດີຂອງມະຫາວິທະຍາໄລ, ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກໃຫ້ມະຫາວິທະຍາໄລ ດ່ານັ້ງ ເສີມຂະຫຍາຍຈິດໃຈເລີ່ມທຸລະກິດ ແລະ ຕ້ອງມີເຈດຈຳນົງບືນຕົວຂຶ້ນຢ່າງແຮງ. ໃນວິວັດທະນາການນັ້ນ, ເລື່ອງຍົກລະດັບການບຳລຸງສ້າງແມ່ນໜ້າທີ່ອັນດັບໜຶ່ງ, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ, ການນຳຂອງມະຫາວິທະຍາໄລຈົ່ງສາມັກຄີກັນ, ສູ້ຊົນ, ນຳຊື່ສຽງຂອງມະຫາວິທະຍາໄລ ບໍ່ພຽງແຕ່ມີຊື່ສຽງຢູ່ພາຍໃນປະເທດເທົ່ານັ້ນ ຫາກນັບທັງພາກພື້ນອີກດ້ວຍ, ໃຫ້ກາຍເປັນແຫ່ງສະໜອງແຫຼ່ງກຳລັງດ້ານວິທະຍາສາດ, ເຕັກໂນໂລຊີໃຫ້ພາກພື້ນ ແລະ ທົ່ວປະເທດ.