(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ພົບປະກັບຜູ້ມີສິດເລືອກຕັ້ງເພື່ອໂຄສະນາຫາສຽງເລືອກຕັ້ງ)
(vovworld) - ໃນລະຫວ່າງວັນທີ 7-8/5, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 14 ຢູ່ຫົວໜ່ວຍເລືອກຕັ້ງເລກ 3 ນະຄອນ ຫາຍຝ່ອງ, ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເພື່ອໂຄສະນາຫາສຽງເລືອກຕັ້ງຢູ່ເມືອງ ໂດ່ເຊີນ, ເມືອງ ອານຫຼາວ, ຕຽນລ້າງ, ວິ້ງບາວ. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຍົກອອກບັນດາໜ້າທີ່ຈຸດສຸມທີ່ຕ້ອງແກ້ໄຂໃນລາຍການດຳເນີນງານຂອງຕົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໃຫ້ຮູ້ຈະປະກອບສ່ວນເຂົ້າໃນການພັດທະນາຮອບດ້ານຂອງນະຄອນ ຫາຍຝ່ອງ ໃນໄລຍະຈະມາເຖິງ. ໃນຕໍ່ໜ້າ, ທ່ານນາຍົກລັດຖະມົນຕີ ຖືວ່າຄວນສຸມໃສ່ບັນດາມາດຕະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໄພແຫ້ງແລ້ງຢູ່ພາກກາງ - ເຂດໄຕງວຽນ, ນ້ຳທະເລຊືມເຂົ້າຢູ່ທິດໃຕ້ພາກກາງ, ການຮັບປະກັນຄວາມປອດໄພ ແລະ ສຸຂະອະນາໄມຂອງອາຫານ. ເພື່ອປະຕິບັດບັນດາໜ້າທີ່ໜັກໜ່ວງນັ້ນໃຫ້ໄດ້, ທ່ານນາຍົກ ລັດຖະມົນຕີ ເນັ້ນໜັກວ່າຕ້ອງໃກ້ຊິດກັບຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ, ມີການພົບປະກັບຜູ້ມີສິດເລືອກຕັ້ງເປັນປະຈຳເພື່ອຮັບຟັງຄວາມເຫັນຂອງເຂົາເຈົ້າ.
ສືບຕໍ່ລາຍການປະຕິບັດງານຢູ່ນະຄອນ ຫາຍຝ່ອງ, ຕອນບ່າຍວັນທີ 8/5, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ, ພົບປະ ແລະ ໂອ້ລົມກັບຄູອາຈານ ແລະ ນັກສຶກສາມະຫາວິທະຍາໄລ ຫາຍຝ່ອງ. ທ່ານນາຍົກລັດຖະມົນຕີສະເໜີວ່າ, ຄະນະພັກ, ສະພາມະຫາວິທະຍາໄລ ຫາຍຝ່ອງຈະຍົກສູງຄຸນນະພາບການສຶກສາຢ່າງບໍ່ຢຸດຢັ້ງ, ຕອບສະໜອງຄວາມຕ້ອງການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖີ່ນ, ເຂດ ແລະ ຂອງທົ່ວປະເທດ.