ນາຍົກລັດຖະມົນຕີຫງວຽນຊວນຟຸກວດກາວຽກງານກຽມພ້ອມສູ້ຮົບຢູ່ກອງບັນຊາການຕຳຫຼວດເຄື່ອນທີ່
|
(vovworld) - ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີລະກາ 2017, ຕອນບ່າຍວັນທີ 24/1, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ ແລະ ກວດກາວຽກງານກຽມພ້ອມສູ້ຮົບທີ່ກອງບັນຊາການຕຳຫຼວດເຄື່ອນທີ່. ເນັ້ນໜັກເຖິງສະພາບການພາຍໃນປະເທດ ແລະ ສາກົນ, ພິເສດແມ່ນການຜັນແປທີ່ສັບສົນ, ຍາກທີ່ຄາດຄະເນລ່ວງໜ້າໄດ້ຂອງອາດຊະຍາກອນໃນປີ 2017, ທ່ານນາຍົກລັດຖະມົນຕີ ຖືວ່າ: ນີ້ແມ່ນສິ່ງທ້າທາຍສົ່ງຜົນສະທ້ອນໂດຍກົງເຖິງວຽກງານຮັບປະກັນຄວາມສະຫງົບແຫ່ງຊາດ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງສະພາບການໄດ້ວາງອອກໃຫ້ແກ່ກຳລັງຕຳຫຼວດປະຊາຊົນເວົ້າລວມ, ກຳລັງຕຳຫຼວດເຄື່ອນທີ່ເວົ້າສະເພາະໃນປີ 2017 ແລະ ຊຸມປີຕໍ່ໄປແມ່ນໜັກໜ່ວງທີ່ສຸດ. ຄວາມຮັບຜິດຊອບຂອງກຳລັງຕຳຫຼວດ ປະຊາຊົນ ແລະ ກຳລັງຕຳຫຼວດເຄື່ອນທີ່ແມ່ນຕ້ອງເຮັດໃຫ້ກົນອຸບາຍ, ການເຄື່ອນໄຫວມ້າງເພທຳລາຍຂອງບັນດາກຳລັງທີ່ເປັນປໍລະປັກ ແລະ ພວກອາດຊະຍາກອນປະລາໄຊ, ຍູ້ໃຫ້ຖອຍໄປ, ລົບລ້າງບັນດາປັດໄຈທຳລາຍສະຖຽນລະພາບ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ດ້ວຍມູນເຊື້ອແຫ່ງການຕໍ່ສູ້, ສ້າງສາ ແລະ ເຕີບໃຫຍ່ຂອງກົມກອງວິລະຊົນກຳລັງປະກອບອາວຸດ ປະຊາຊົນ, ກຳລັງຕຳຫຼວດເຄື່ອນທີ່ຈະປະຕິບັດສຳເລັດໜ້າທີ່ໄດ້ຮັບມອບໝາຍ, ຍາດໄດ້ບັນດາຜົນງານໃໝ່ໃນປີ 2017, ປະກອບສ່ວນປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມໃຫ້ໝັ້ນຄົງ, ໜັກແໜ້ນ.