ນາຍົກລັດຖະມົນຕີຫງວຽນຊວນຟຸກອວຍພອນການນຳລາວແລະກຳປູເຈຍເນື່ອງໃນໂອກາດບຸນປີໃໝ່ລາວແລະບຸນ Chol Chnam Thmay

(VOVWORLD) -ເນື່ອງໃນໂອກາດບຸນປີໃໝ່ລາວ ແລະ ບຸນ Chol Chnam Thmay ຂອງກຳປູເຈຍ, ວັນທີ 13 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໂທລະສັບໄປອວຍພອນປີໃໝ່ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສິສຸລິດ ແລະ ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hunsen.

ນາຍົກລັດຖະມົນຕີຫງວຽນຊວນຟຸກອວຍພອນການນຳລາວແລະກຳປູເຈຍເນື່ອງໃນໂອກາດບຸນປີໃໝ່ລາວແລະບຸນ Chol Chnam Thmay - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

(ພາບປະກອບ: TTXVN)

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສົ່ງຄຳອວຍພອນປີໃໝ່ອັນດີງາມທີ່ສຸດຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ປະຊາຊົນຫວຽດນາມ ເຖິງການນຳພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລາວ ແລະ ກຳປູເຈຍ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມເຊື່ອໝັ້ນວ່າ, ປະຊາຊົນລາວ ແລະ ກຳປູເຈຍ ຈະສືບຕໍ່ຍາດໄດ້ຜົນງານຢ່າງໃຫຍ່ຫຼວງກວ່າອີກໃນປີໃໝ່. ນາຍົກລັດຖະມົນຕີ 3 ທ່ານໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈສືບຕໍ່ຮຽງບ່າຮຽງໄຫຼ່, ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ຮັກສາ ແລະ ເສີມຂະຫຍາຍການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືແບບພິເສດລະຫວ່າງຫວຽດນາມ ແລະ ລາວ, ຫວຽດນາມ ແລະ ກຳປູເຈຍ, ເພື່ອການພັດທະນາຮຸ່ງເຮືອງສີວິໄລ ແລະ ນຳມາເຊິ່ງຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກໃຫ້ແກ່ປະຊາຊົນ 3 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ