ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມການທະຫານແລະການເມືອງທົ່ວກອງທັບ6ເດືອນຕົ້ນປີ

ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມການທະຫານແລະການເມືອງທົ່ວກອງທັບ6ເດືອນຕົ້ນປີ - ảnh 1
ກອງປະຊຸມການທະຫານແລະການເມືອງທົ່ວກອງທັບ6ເດືອນຕົ້ນປີ
(ພາບ: TTXVN)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 11/07, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ຈັດ​ກອ​ງ​ປະ​ຊຸມການ​ທະ​ຫານ​ແລະ​ການ​ເມືອງ​ທົ່ວ​ກອງ​ທັບ 6 ເດືອນ​ຕົ້​ນ​ປີ 2016. ກ່່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ໄດ້​ເນັ້ນ​ໜັກ​ເປັນ​ພິ​ເສດ​ເຖິງວຽກ​ງານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ທີ່​ໄ​ດ້​ປະ​ກອບ​ສ່ວນ​ເຂົ້​າ​ໃນ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ດ້ານ​ການ​ເມືອງ​ຢ່າງ​ໝັ້ນ​ຄົງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ, ການ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ, ການ​ເຄື່ອນ​ໄຫວ​ພົວ​ພັ​ນ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ຊາດ… ຕີ​ລາ​ຄາ​ສູງ​ນ້ຳ​ໃຈ​ສາ​ມັກ​ຄີ, ​ມີ​ຄວາມ​ເປັນ​ເອ​ກະ​ພາບ​ດ້ານ​ເຈດ​ຈຳ​ນົງ​ສູງ, ຕິດ​ພັນ​ຢ່າງ​ສະ​ໜ​ິດ​ແໜ້ນ​ກັບ​ປະ​ຊາ​ຊົນ​ຂອງ​ຜູ້​ບັນ​ຊາ​ການ, ພະ​ນັກ​ງານ, ນັກ​ຮົບ​ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ຈາກ​​ສູນ​ກາງ​ລົງ​ຮອດ​ຂັ້ນ​ຮາກ​ຖານ ​ເພື່ອ​ໜ້າ​ທີ່​ລວມ​ຂອງ​ປະ​ເທດ​ຊາດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້​ນ​ໜັກ​ວ່າ, ໃນ​ສະ​ພາບ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຂອງ​ສະ​ພາບ​ເສດ​ຖະ​ກິດ​ໂລກ, ຄວາມ​ເຄັ່ງ​ຕຶງ​ປິນ​ຂັ້ນ​ໄດ, ​ການກໍ່​ການ​ຮ້າຍ​ເກີດ​ຂຶ້ນ​ຢູ່​ຫຼາຍ​ແຫ່ງ, ໂດຍ​ສະ​ເພາະ​ແມ່ນ​ການ​ຜັນ​ແປ​ທີ່​ເຄັ່ງ​ຕຶງ, ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄດ້​ຢູ່​ທະ​ເລ​ຕາ​ເວັນ​ອອກ, ພ້ອມ​ກັບ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ຢູ່​ພາຍ​ໃນ​ປະ​ເທດ ຮ​ຽ​ກ​ຮ້ອງ​ໃຫ້​ຕ້ອງ​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ, ຄວາມ​ຕັດ​ສິນ​ໃຈ​ຢ່າງ​ສູງ​ຂອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່ ທີີ່​ໄດ້​ວາງ​ອອກ​ໃນ​ປີ 2016, ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ.

ຂ່າວ/ບົດ​ອື່ນ