ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງປະທານາທິບໍດີ ສະວິດ
|
(vovworld) - ໃນຂອບເຂດການເຂົ້າຮ່ວມກອງປະຊຸມເວທີປາໄສເສດຖະກິດໂລກ (WEF) Davos, ຕອນບ່າຍວັນທີ 19/1 (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ບາງວາລະປຶກສາຫາລື, ມີການພົບປະກັບການນຳອົງການ, ປະເທດຕ່າງໆ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມການປຶກສາຫາລືທີ່ການເຈລະຈາຂັ້ນສູງກ່ຽວກັບ “ການນຳເປັນເຈົ້າການ ແລະ ມີຄວາມຮັບຜິດຊອບໃນໂລກຫຼາຍສົ້ນ”.
ກ່າວຄຳເຫັນໄຂວາລະປຶກສາຫາລື ກ່ຽວກັບ “ແງ່ຫວັງ ອາຊຽນ ພາຍຫຼັງໄລຍະທາງ 50 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ”. ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງບັນດາຜົນງານໃນການພັດທະນາຂອງ ອາຊຽນ, ຕີລາຄາສູງຫຼັກການເຫັນດີເຫັນພ້ອມ ແລະ “ແບບວິທີການອາຊຽນ” ສ້າງສີສັນຂອງ ອາຊຽນ, ຖືວ່າ ອາຊຽນ ຕ້ອງປະຕິບັດວິວັດທະນາການປະຊາຄົມເສດຖະກິດ ອາຊຽນ ຢ່າງມີປະສິດທິຜົນ, ຍາດແຍ່ງບັນດາສັນຍາການຄ້າ ເສລີ (FTA) ກັບບັນດາຄູ່ຮ່ວມມືເພື່ອແນໃສ່ສ້າງກາລະໂອກາດດຶງດູດການລົງທຶນ, ການຄ້າເຂົ້າພາກພື້ນ, ຢັ້ງຢືນ ຫວຽດນາມ ປະກອບສ່ວນສຳຄັນ ແລະ ມີຄວາມຮັບຜິດຊອບເຂົ້າການປັບປຸງຄວາມສາມັກຄີ ແລະ ຄວາມເຫັນດີເຫັນພ້ອມ ອາຊຽນ, ມານະພະຍາຍາມພ້ອມກັບບັນດາປະເທດ ອາຊຽນ ກໍ່ສ້າງປະຊາຄົມ ອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ.
ໃນການພົບປະກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມ ແລະ ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນບັນດາບັນຫາສຳຄັນຂອງ ສປຊ.
ທີ່ການພົບປະກັບທ່ານນາງປະທານາທິບໍດີ ສະວິດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງເລື່ອງ 2 ປະເທດຈັດຕັ້ງບັນດາການເຄື່ອນໄຫວແທດຈິງເພື່ອສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ໃນນັ້ນມີເຫດການວັນ ຫວຽດນາມ ຢູ່ ສະວິດ.
ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍັງມີການພົບປະກັບການນຳບັນດາກຸ່ມບໍລິສັດແຖວໜ້າຂອງໂລກອີກດ້ວຍ.