ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມເວທີປາໄສເຂດທົ່ງພຽງແມ່ນຳ້ຂອງປິ2016
Vu Dung -  
ທ່ານ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ພິທີໄຂ
(vovworld) – ເວທີປາໄສເຂດທົ່ງພຽງແມ່ນຳ້ຂອງທາງພາກໃຕ້ ຫວຽດນາມ ປີ 2016 ດ້ວຍຫົວຂໍ້ວ່າ “ເພື່ອເຂດທົ່ງພຽງແມ່ນຳ້ຂອງທາງພາກໃຕ້ ຫວຽດນາມ ວັດທະນາຖາວອນ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ” ຖືກໄຂຂຶ້ນໃນຕອນເຊົ້າວັນທີ 27/6, ຢູ່ນະຄອນ ໂຮ່ຈີມິນ, ດ້ວຍການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ທີ່ເວທີປາໄສ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບັນດາກາລະໂອກາດ ແລະ ສິ່ງທ້າທາຍສຳລັບເຂດທົ່ງພຽງແມ່ນຳ້ຂອງທາງພາກໃຕ້ ຫວຽດນາມຕໍ່ໜ້າການປ່ຽນແປງຂອງດິນຟ້າອາກາດ, ພ້ອມທັງຍົກອອກບັນດາມາດຕະການຊ່ວຍໃຫ້ເຂດນີ້ພັດທະນາ. ກ່າວຄຳເຫັນໄຂເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ເຂດທົ່ງພຽງແມ່ນຳ້ຂອງທາງພາກໃຕ້ ຫວຽດນາມ ພວມມຸ່ງໄປເຖິງການກາຍເປັນເຂດມີພື້ນຖານເສດຖະກິດກະສິກຳທີ່ສະຫຼາດສ່ອງໄສ, ຍືນຍົງ, ມີມຸນຄ່າເພີ່ມສູງຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ໃນອະນາຄົດແມ່ນ ອາຊີ… ເມື່ອເຕື້ອງເຖິງການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາຄູ່ຮ່ວມມືພັດທະນາ, ໃນນັ້ນມີການຮ່ວມມືສຳຄັນກັບທະນາຄານໂລກ (WB), ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ:
“ທະນາຄານໂລກຕ້ອງເປີດກ້ວາງການສະໜອງສິນເຊື່ອບຸລິມະສິດຕາມມາດຕະຖານສູງສຸດ, ເວລາປ່ອຍເງິນໄວທີ່ສຸດ ພ້ອມກັບບັນດາການໜູນຊ່ວຍດ້ານເຕັກນິກ ແລະ ບົດຮຽນໃນການເຕີບໂຕກຳລັງຄວາມສາມາດຄາດຄະເນ, ກ່າວເຕືອນ, ຕີລາຄາຄວາມສາມາດບົ່ມຊ້ອນກ່ຽວກັບໜ້ານຳ້, ນຳ້ໃຕ້ດິນ, ກໍລະນີດິນເຊາະເຈືອນ. ສ້າງເຄືອຂ່າຍຕິດຕາມກວດກາການປ່ຽນແປງຂອງດິນຟ້າອາກາດ ແລະ ນຳ້ທະເລຂຶ້ນ, ກຳນົດລາຍການພັດທະນາທົ່ວເຂດໃຫ້ສົມບູນແບບ… ໄປຄຽງຄູ່ກັນນັ້ນ, ພັດທະນາບັນດາປັດໄຈພື້ນຖານໂຄງລ່າງທີ່ຈຳເປັນເພື່ອແນໃສ່ປັບປຸງກຳລັງຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ດີທີ່ສຸດ, ໄວທີ່ສຸດ ແລະ ບັນດາໜ້າທີ່ໃຫ້ບັນດານະຄອນເຂດທົ່ງພຽງແມ່ນຳ້ຂອງທາງພາກໃຕ້ ຫວຽດນາມ.”
Vu Dung