ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ
ເຮັດວຽກກັບກະຊວງແຜນການ ແລະ ການລົງທຶນ
(ພາບ: TTXVN)
(vovworld) – ຕອນເຊົ້າວັນທີ 21/04, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ມີການເຮັດວຽກກັບກະຊວງແຜນການ ແລະ ການລົງທຶນ ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການພັດທະນາເສດຖະກິດ - ສັງຄົມ. ທ່ານນາຍົກລັດຖະມົນຕີ ຕີລາຄາວ່າ: ກ້າວເຂົ້າສູ່ປີ 2016, ພື້ນຖານເສດຖະກິດປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ໄພແຫ້ງແລ້ງ, ນ້ຳທະເລຊຶມເຂົ້າອັນໄດ້ ກໍ່ຄວາມເສຍຫາຍ 0,3% GDP. ສະພາບການນັ້ນ ພວມວາງອອກບັນດາຄວາມຮຽກຮ້ອງໃໝ່ສຳລັບກະຊວງແຜນການ ແລະ ການລົງທຶນ.
ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ດ້ວຍຖານະເປັນກະຊວງວາງແຜນນະໂຍບາຍ ແລະ ລະບອບພັດທະນາ, ກະຊວງແຜນການ ແລະ ການລົງທຶນ ຄວນວາງອອກໄດ້ບັນດາມາດຕະການ ເພື່ອປະຕິບັດບັນດາຄາດໝາຍທີ່ໄດ້ວາງອອກໃຫ້ໄລຍະ 5 ປີ, ກ່ອນອື່ນໝົດ ແມ່ນບັນດາມາດຕະການຮີບດ່ວນໃຫ້ໄຕມາດທີ 2 ປີ 2016. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ຄວນມີບັນດາມາດຕະການອັນຮີບດ່ວນກ່ຽວກັບລະບອບການ, ກອບນິຕິກຳ ເພື່ອແກ້ໄຂກົນໄກກົດໜ່ວງ, ປົດປ່ອຍກຳລັງຜະລິດ, ຮັບປະກັນຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ ແລະ ບໍາໃຫ້ພື້ນຖານເສດຖະກິດຕົກເຂົ້າສູ່ສະພາບວິກິດການ. ທ່ານນາຍົກລັດຖະມົນຕີ ກໍ່ຊີ້ແຈ້ງວ່າ: ຢາກແກ້ໄຂນະໂຍບາຍໃຫ້ໄດ້, ຕ້ອງດຳເນີນການແກ້ໄຂຢູ່ທີ່ກະຊວງແຜນການ ແລະ ການລົງທຶນເລີຍ.