ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳແຂວງ ອານຢາງ
(ພາບ: ເຈີ່ນຫາຍ)
|
(vovworld) – ຕອນບ່າຍວັນທີ 17/11, ທີ່ສຳນັກງານລັດຖະບານ, ເມື່ອເຮັດວຽກກັບການນຳຫຼັກແຫຼ່ງແຂວງ ອານຢາງ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ແຂວງຕ້ອງມີມາດຕະການຂຸດຄົ້ນທ່າແຮງທາງນ້ຳພາຍໃນ, ຊຸກຍູ້ການເຕີບໂຕຢູ່ທ້ອງຖິ່ນຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີຕີລາຄາສູງທ່າແຮງຂອງແຂວງ ອານຢາງ ກ່ຽວກັບຄວາມສາມາດບົ່ມຊ້ອນໃນການພັດທະນາກະສິກຳ ແລະ ການທ່ອງທ່ຽວ. ແຕ່ທ່ານນາຍົກລັດຖະມົນຕີ ກໍ່ເອົາໃຈໃສ່ເຖິງສະພາບແວດລ້ອມແຫ່ງການລົງທຶນຂອງແຂວງບໍ່ທັນສ້າງຄວາມດຶງດູດເທື່ອ.
ແລະກໍ່ໃນຕອນຄ່ຳວັນທີ 17/11, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນເນື່ອງໃນໂອກາດສະເຫຼີມສະຫຼອງ 86 ປີແຫ່ງວັນສ້າງຕັ້ງແນວໂຮມປະເທດຊາດ ຫວຽດນາມ (18/11/1930 – 18/11/2016) ຂອງເຂດຊຸມຊົນໜ່ວຍ 1, 2, 10 ແລະ 11 ຕາແສງ ດ້ຽນບຽນ, ເມືອງ ບາດິ່ງ, ຮ່າໂນ້ຍ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີຊົມເຊີຍບັນດາໝາກຜົນອັນດີງາມຈາກບັນດາຂະບວນການທົ່ວປວງຊົນສາມັກຄີຂອງນະຄອນ ຮ່າໂນ້ຍ ເວົ້າລວມ ແລະ ເຂດຊຸມຊົນໜ່ວຍ 1, 2, 10 ແລະ 11 ຂອງຕາແສງ ດ້ຽນບຽນ ເວົ້າສະເພາະ, ພ້ອມທັງເນັ້ນໜັກວ່າ:
“ນອກຈາກຄວາມໝາຍດ້ານການເມືອງອັນໃຫຍ່ຫຼວງ, ພວກເຮົາຕ້ອງຈັດຕັ້ງການເຄື່ອນໄຫວແທດຈິງ, ລະອຽດ, ຮ່ວມແຮງຮ່ວມໃຈ ສ້າງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີກ່ວາອີກນັບທັງດ້ານວັດຖຸ ແລະ ຈິດໃຈ, ປະຕິບັດຂະບວນການຮັບປະກັນຄວາມປອດໄພຄວາມເປັນລະບຽບຮຽບຮ້ອຍຢູ່ທ້ອງຖິ່ນ. ດັ່ງນັ້ນ, ຂ້າພະເຈົ້າຫວັງວ່າ, ພໍ່ແມ່ປະຊາຊົນ, ອົງການແນວໂຮມຈະປະກອບຄຳເຫັນເພື່ອກໍ່ສ້າງພັກ. ຢາກໃຫ້ພັກມີຄວາມເຂັ້ມແຂງແມ່ນຕ້ອງມີປະຊາຊົນ. ຢາກໃຫ້ພັກປະຕິບັດໜ້າທີ່ເປັນຢ່າງດີຕ້ອງຮັບຟັງຄຳເຫັນຂອງປະຊາຊົນເພື່ອຮັບໃຊ້ປະຊາຊົນໃຫ້ດີກ່ວາອີກ.”