ນາຍົກລັດຖະມົນຕີຫງວຽນເຕີ້ນຢຸງ ສະເໜີເອົາໃຈໃສ່ໜູນຊ່ວຍ ປະຊາຊົນບັນດາເຜົ່າສ່ວນໜ້ອຍ

ນາຍົກລັດຖະມົນຕີຫງວຽນເຕີ້ນຢຸງ ສະເໜີເອົາໃຈໃສ່ໜູນຊ່ວຍ ປະຊາຊົນບັນດາເຜົ່າສ່ວນໜ້ອຍ  - ảnh 1
ທ່ານ​ນາຍົກລັດຖະ​ມົນ​ຕີຫວຽດນາມ​ຫງວຽນ​ເຕີ້​ນຢຸງ 

(vovworld)- ​ໃນ​ວັນ​ທີ 29 ​ແລະ 30 /9, ຢູ່​ຮ່າ​ໂນ້ຍ, ​ທ່ານ​ນາຍົກລັດຖະ​ມົນ​ຕີຫວຽດນາມ​ຫງວຽນ​ເຕີ້​ນຢຸງ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ປະຈຳ​ເດືອນ 9 ຂອງ​ລັດຖະບານ, ​ແນ​ໃສ່​ຕີ​ລາຄາ​ສະພາບ​ເສດຖະກິດ​ສັງຄົມຂອງ​ປະ​ເທດ​ຊາດ ກໍ​ຄື​ເປັນ​ເອກະ​ພາບ​ບັນດາ​ມາດ​ຕະການ​ຄຸ້ມ​ຄອງ, ຊີ້​ນຳ​ບໍລິຫານ​ຂອງ​ລັດຖະບານ ​ແຕ່​ນີ້​ເຖິງ​ທ້າຍ​ປີ​ດ້ວຍ​ຄວາມ​ຕັດສິນ​ໃຈ​ປະຕິບັດ​ບັນດາ​ຄາດໝາຍ, ​ແຜນການ​ທີ່​ໄດ້​ວາງ​ອອກ.

   ກ່າວ​ຄຳ​ເຫັນສະຫຼຸບ​ກອງ​ປະຊຸມ, ​ທ່ານ​ນາຍົກລັດຖະ​ມົນ​ຕີຫວຽດນາມ​ຫງວຽນ​ເຕີ້​ນຢຸງສະ​ເໜີ​ບັນດາ​ສະມາ​ຊິດ​ລັດຖະບານ ຈົ່ງ​ສືບ​ຕໍ່​ຕິດຕາມ​ຢ່າ​ງ​ໃກ້ຊິດ​ບັນດາ​ແຜນ​ນະ​ໂຍບາຍ, ມະຕິ​ທີ່​ໄດ້​ປະກາດ​ໃຊ້, ສູ້​ຊົນ​ບັນລຸ​ໝາກຜົນ​ສູງ​ສຸດ,ສຳລັບ​ບັນດາ​ຄາດໝາຍ, ໜ້າ​ທີ່​ທີ່​ໄດ້​ວາງ​ອອກ​ໃນ​ປີ 2014 ​ແລະ ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ໄລຍະ 5 ປີ (2011-2015) . ​ທ່ານ​ນາຍົກລັດຖະ​ມົນ​ຕີຫວຽດນາມ​ຫງວຽນ​ເຕີ້​ນຢຸງ ສະ​ເໜີ​ບັນດາ​ກະຊວງ, ຂະ​ແໜງ​ການ​ຕ່າງໆ​ສືບ​ຕໍ່​ສ້າງ​ກົນ​ໄກ​ນະ​ໂຍບາຍ​ດຶງ​ດູດ​ແຫຼ່ງກຳລັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ສຸມ​ໃສ່​ລົງທຶນ​ພັດທະນາ​ອຸດສາຫະກຳ, ກະ​ສີ​ກຳ, ການ​ບໍລິການ, ພື້ນຖານ​ໂຄງ​ລ່າງ……

  ​ທ່ານ​ນາຍົກລັດຖະ​ມົນ​ຕີຫວຽດນາມ​ຫງວຽນ​ເຕີ້​ນຢຸງກ່າວ​ວ່າ (​ເທບ)

  “​ການ​ສ້າງ​ໂຄງ​ປະກອບ​ກະ​ສີ​ກຳ​ຄືນ​ໃໝ່​, ຕ້ອງ​ປະຕິບັດໃຫ້​ແຂງ​ແຮງ​ ສຳລັບຂົງ​ເຂດ​ປ່າ, ປ່າ​​ໄມ້. ຕ້ອງ​ເດັດ​ດຽວ​ປະຕິບັດ​ໃຫ້​ແຂງ​ແຮງ ຊຶ່ງ​ຕ້ອງ​ຕິດ​ພັນ​ກັບ​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ, ຖື​ວ່າ ນີ້​ແມ່ນ​ແຫຼ່ງລາຍ​ຮັບ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ສ້າງ​ການ​ດຳ​ລົງ​ຊີວິດ​ໃຫ້​ດີ​ຂຶ້ນ ”

ຕອບກັບ

ຂ່າວ/ບົດ​ອື່ນ