ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຈະຢ້ຽມຢາມອົດສະຕາລີແລະນິວຊີແລນຢ່າງເປັນທາງການ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ້ງ
(ພາບປະກອບ)
|
(vovworld) – ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ອົດສະຕາລີ Tony Abbott ແລະ ພັນລະຍາ, ແລະ ທ່ານນາຍົກລັດຖະມົນຕີ ນິວຊີແລນ John Key, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ້ງ ແລະ ພັນລະຍາຈະຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການໃນວັນທີ 17 – 18/3/2015 ແລະ ນິວຊີີແລນ ແຕ່ວັນທີ 19 – 20/3/2015.
ປະຈຸບັນ, ຫວຽດນາມ ມີການພົວພັນຄູ່ຮ່ວມມືຮອບດ້ານກັບ 2 ປະເທດ ອົດສະຕາລີ ແລະ ນິວຊີແລນ. ການພົວພັນນີ້ພວມນັບມື້ນັບພັດທະນາໃນຫຼາຍຂົງເຂດ ແລະ ເລິກເຊິ່ງກ່ວາອີກ. ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ Sydney ຫວ່າງແລ້ວນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ເລືອງແທງງີ້ ຢັ້ງຢືນຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ຍັງໃຫຍ່ຫຼວງຢູ່ ແລະ 2 ຝ່າຍຄວນມານະພະຍາຍາມເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃນໄລຍະຈະມາເຖິງເລິກເຊິ່ງກ່ວາອີກ. ເນື່ອງໃນໂອກາດການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເຖິງ ອົດສະຕາລີ ໃນອາທິດຈະມາເຖິງ, ສາດສະດາຈານ Carlyle A. Thayer ຂຶ້ນກັບສະຖາບັນປ້ອງກັນຄວາມສະຫງົບ ອົດສະຕາລີ ມີບົດຂຽນຕີລາຄາວ່າການຢ້ຽມຢາມຄັ້ງນີ້ຈະນຳມາເຊິ່ງພະລັງງານໃໝ່ໃຫ້ແກ່ການພົວພັນ ຫວຽດນາມ - ອົດສະຕາລີ.
ສຳລັບ ນິວຊີແລນ, ປີນີ້, 2 ປະເທດຈະຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (16/6/1975 – 16/6/2015). ກ່າວຄຳເຫັນໃນການປະຊຸມຂ່າວເລີ່ມຕົ້ນການເຄື່ອນໄຫວຕ່າງໆສະເຫລີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ນິວຊີແລນ ທີ່ດຳເນີນໄປໃນວັນທີ 5/2 ຜ່ານມາ ພ້ອມກັບ ເອກອັກຄະລັດຖະທູດ ນິວຊີແລນ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ເລຮ່ວາຍຈູງ ໃຫ້ຮູ້ວ່າ: ໝາກຜົນແຫ່ງການຮ່ວມມືທີ່ບັນລຸໄດ້ລະຫວ່າງ 2 ປະເທດໃນໄລຍະຜ່ານມາແມ່ນພົ້ນເດັ່ນທີ່ສຸດ. ບັນດາຂົງເຂດຮ່ວມມືຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ຄວາມປາດຖະໜາຢາກຂອງ 2 ຝ່າຍ, ພິເສດແມ່ນໃນຂົງເຂດການຄ້າ, ການສຶກສາ, ບຳລຸງສ້າງ ແລະ ກະສິກຳ.