ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບກຳມະການໃນຄະນະລັດຖະບານຈີນຢາງເຈຍຊື້

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບກຳມະການໃນຄະນະລັດຖະບານຈີນຢາງເຈຍຊື້  - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ ​ໄດ້​ໃຫ້ການ​ຕ້ອນຮັບທ່ານກຳມະການໃນຄະນະ ລັດຖະບານ ຈີນຢາງເຈຍຊື້
(ພາບ: VGP/Nhật Bắc)

(vovworld) – ວັນ​ທີ 18/6/2014, ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ ​ໄດ້​ໃຫ້ການ​ຕ້ອນຮັບທ່ານກຳມະການໃນຄະນະ ລັດຖະບານ ຈີນຢາງເຈຍຊື້ ​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ ຫວຽດນາມ ດຳ​ເນີນ​ການ​ພົບ​ປະລະ​ຫວ່າງປະທານ​ຄະນະ​ກຳມະການ​ຊີ້​ນຳ​ການ​ຮ່ວມ​ມື 2 ຝ່າຍ ຫວຽດນາມ - ຈີນ.

        ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຢືນຢັນ​ບົນ​ພື້ນຖານ​ແນວທາງ​ການ​ຕ່າງປະ​ເທດ ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຕົນ, ພັກ, ລັດ, ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ຈົດ​ຈຳ, ຮູ້​ບູນຄູນການ​ສະໜັບສະໜູນ, ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງ​ຂອງ ຈີນ, ຍາມ​ໃດ​ຖື​ເປັນ​ສຳຄັນການ​ຮັກສາ, ​ເພີ່ມ​ທະວີ ​ແລະ ພັດທະນາ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ທີ່​ຕ່າງ​ຝ່າຍ​ຕ່າງມີ​ຜົນ​ປະ​ໂຫຍ​ດ, ພ້ອມ​ກັນ​ພັດທະນາ​ລະ​ຫວ່າງ ຫວຽດນາມ - ຈີນ.

        ​ເລື່ອງ ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ - 981 ​ເລ​ິກ​ໃນ​ເຂດ​ນ່ານທະ​ເລ​ຂອງ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເນັ້ນ​ໜັກ​ຫຼັກ​ໝັ້ນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ທີ່​ໄດ້​ຊີ້​ແຈ້ງ​ໃນ​ການ​ພົບ​ປະ​ຂັ້ນ​ສູງ​ຄັ້ງ​ຕ່າງໆ​ຂອງ 2 ຝ່າຍ​​ໃນ​ໄລຍະ​ຜ່ານ​ມາ, ​​ແລະ ​ໃນ​ການ​ເຈລະຈາ​ເມື່ອ​ຕອນ​​ເຊົ້າ​ວັນ​ທີ 18/6, ລະຫວ່າງ​ທ່ານ​ຮອງ​ນາຍົກລັດຖະມ​ົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ກັບ ກຳມະການໃນຄະນະ ລັດຖະບານ ຈີນຢາງເຈຍຊື້ . ການ​ເຄື່ອນ​ໄຫວ​ຂອງ ຈີນ ​ແມ່ນລ່ວງ​ລ້ຳ​ອະທິປະ​ໄຕ​ຂອງ ຫວຽດນາມ, ລະ​ເມີດ​ບັນດາ​ຂໍ້​ຕົກລົງ​ລະຫວ່າງການ​ນຳ​ຂັ້ນ​ສູງ 2 ປະ​ເທດ, ລ​ະ​ເມີດ​ກົດໝາຍ​ສາກົນ, ສົນ​ທິສັນຍາ ສປຊ ກ່ຽວ​ກັບກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ນາບ​ຂູ່​ສັນຕິພາບ, ຄວາມ​ສະຖຽນ​ລະ​ພາບ, ຄວາມ​ສະຫງົບ, ປອດ​ໄພ​ການ​ເດີນ​ທະ​​ເລ, ການ​ບິນ​ໃນ​ພາກ​ພື້ນ, ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ ​ແລະ ​​ສົ່ງ​ຜົນ​ສະທ້ອນ​ທີ່​ບໍ່​ດີ​ເຖິງນ້ຳ​ໃຈ​ຄວາມ​ຮັກ​ແພງຂອງ​ປະຊາຊົນ ຫວຽດນາມ, ສົ່ງ​ຜົນ​ກະທົບ​ຢ່າງ​ຫຍໍ້​ທໍ້​ເຖິງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ພັກ, 2 ລັດ, ຮຽກ​ຮ້ອງ​ໃຫ້ ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ ​ແລະ ກຳປັ່ນຄຸ້ມ​ກັນອອກ​ຈາກ​ເຂດ​ນ່ານທະ​ເລ​ຂອງ ຫວຽດນາມ, ພ້ອມ​ກັນ​ເຈລະຈາ​ເພື່ອ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ລະ​ຫວ່າງ 2 ປະ​ເທດ​ດ້ວຍ​ມາດ​ຕະການ​ສັນຕິພາບ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ ​ແລະ ຄວາມ​ຮັບ​ຮູ້​ລວມລະຫວ່າງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ. ພ້ອມ​ກັນ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ກໍ່​ສະ​ເໜີ​ໃຫ້ 2 ຝ່າຍ​ຄວນ​ຄວມຄຸມ​ສະພາບ​ການ, ບໍ່​ປະ​ໃຫ້​ເກີດ​ການ​ປະ​ທະ​ກັນ, ສືບ​ຕໍ່​ຮັກສາ​ບັນດາ​ການ​ພົບ​ປະ, ​ເຈລະຈາ​ເພື່ອ​ແກ້​ໄຂ​ການ​ຂັດ​ແຍ້​ງ, ຄວາມ​ບໍ່​ລົງ​ລອຍ​ກັນ​ໃນ​ປະຈຸ​ບັນ. ຫວຽດນາມ ​ເດັດ​ດ່ຽວ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ຕົນ​ດ້ວຍ​ມາດ​ຕະການ​ສັນຕິພາບ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ.

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບກຳມະການໃນຄະນະລັດຖະບານຈີນຢາງເຈຍຊື້  - ảnh 2
(ພາບ: VGP/Nhật Bắc)

ທີ່​ການ​ພົບ​ປະ, ທ່ານກຳມະການໃນຄະນະ ລັດຖະບານ ຈີນຢາງເຈຍຊື້ ​ໄດ້​ແຈ້ງ​ໃຫ້​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ຮັບ​ຊາບກ່ຽວ​ກັບ​ໝາກຜົນ​ຂອງ​ການ​ເຈລະຈາ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ. ຢັ້ງຢືນ​ວ່າ: ພັກ, ລັດຖະບານ ​ແລ​ະ ປະຊາຊົນ ຈີນ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ຈະ​ບໍ່ປ່ຽນ​ທິດ​ນຳ​ມິດຕະພາບ​ໃນ​ການ​ພົວພັນ​ກັບ ຫວຽດນາມ. ສຳລັບ​ບັນຫາ​ການ​ຂັດ​ແຍ້​ງຢູ່​ທະ​ເລ​, ທ່ານ ຢາງເຈຍຊື້  ຊີ້​ແຈ້ງ​ຫຼັກ​ໝັ້ນ​ຂອງ ຈີນ, ພ້ອມ​ທັງ​ກໍ່​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ເລື່ອງ 2 ປະ​ເທດ​ຄວນ​ສືບ​ຕໍ່​ບັນດາ​ການແລກປ່ຽນ​ຂໍ້​ມູນ​ຂ່າວສານ​, ​ພົບ​ປະ 2 ຝ່າຍ​ເພື່ອ​ແກ້​ໄຂ​ສະພາບ​ຄວາມ​​ເຄັ່ງ​ຕຶງ​ໃນ​ປະຈຸ​ບັນ ​ແລະ ກໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຮ່ວມ​ມື​ໃນ​ປະຈຸ​ບັນ​ລະຫວ່າງ 2 ປະ​ເທດ.


ຕອບກັບ

ຂ່າວ/ບົດ​ອື່ນ