ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບລັດຖະມົນຕີວ່າການກະຊວງພາຍໃນອາເມລິກາ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບລັດຖະມົນຕີວ່າການກະຊວງພາຍໃນອາເມລິກາ - ảnh 1
ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບລັດຖະມົນຕີວ່າການ
ກະຊວງພາຍໃນອາເມລິກາ
(ພາບ: VGP/Nhật Bắc)

(vovworld) –  ​​​​ໃນ​ການ​ຕ້ອນ​ຮັບທ່ານ​ນາງ ລັດ​ຖະ​ມົນ​ຕີ​ວ່າ​ກາ​ນ​ກະ​ຊວງ​ພາຍ​ໃນ​ ອາ​ເມ​ລິ​ກາ Sally Jewell ໃນ​ຕອນ​ບ່າຍ​ວັນ​ທີ 30/6, ທີ​່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕ​ີນ​ຢູ້ງ ຢັ້ງ​ຢືນ​ວ່າ: ຫວຽ​ດ​ນາມ ມີ​ທັດ​ສະ​ນະສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ແລະ ປາດ​ຖະ​ໜາ​ຢາ​ກ​ພ້ອມ​ກັບ ອາ​ເມ​ລິ​ກາ ມາ​ນະ​ພະ​ຍາ​ຍາມ​ນຳ​​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ 2 ຝ່າຍ​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງເລິກ​ເຊິ່ງ ແລະ ກ້​ວາງ​ຂວາງ, ມີ​ປະ​ສິດ​ທິ​ຜົນ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ທັງ 2 ປະ​ເທດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພ​າບ, ​ການຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ​ໃນ​ໂລກ. ຕາມນັ້ນ​ແລ້ວ, ຫວຽດ​ນາມ ປ​າດ​ຖະ​ໜາ​ຢາກ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ທາງ​ດ້ານ​ການ​ເມືອງ, ການ​ທູ​ດ​ອັນ​ດີ​ງາມ​ກັບ ອາ​ເມ​ລິ​ກາ, ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ​ລະ​ຫວ່າງ 2 ປະ​ເທດ​ຍິ່ງກ່​ວາ​ອີກ. ກ່ຽວ​ກັບ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP), ທ່ານ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ​ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ມ​ີ​ເຈດ​ຕະ​ນາດ​ີ ແລະ ມາ​ນະ​ພະ​ຍາ​ຍາມ​ເຈ​ລະ​ຈາ​ບົນ​ພື້ນ​ຖານ​ສະ​ຫງວນ​ຄວາມ​ໄຫວ​ພິບ​ທີ່​ຈຳ​ເປັນ​ໃຫ້​ແກ່ ຫວຽດ​ນາມ. ​ພ້ອມ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ແລ້ວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕ​ີນ​ຢູ້ງ ປາດ​ຖະ​ໜາ​ຢາກ​ໃຫ້ ຫວຽດ​ນາມ​ ແລະ ອາ​ເມ​ລິ​ກາ​ສືບ​ຕໍ່​​ຮ່ວມ​ມື​ໃນ​ຂົງ​ເຂດ​ສຶກ​ສາ - ບຳ​ລຸງ​ສ້າງ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ວັດ​ທ​ະ​ນະ​ທຳ ແລະ ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ.

        ເມື່ອ​ເຕື້ອງ​ເຖິງ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຊຶ່ງດຳ​ເນີນ​ໄປ​ກົງ​ກັບ​ໂອ​ກາດ 2 ປະ​ເທດ​ກະ​ກຽມ​ສະ​ເຫຼີມ​ສະຫຼອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ດ້ານ​ການ​ທູດ​ເປັນ​ປົກ​ກະ​ຕິ, ທ່ານ​ນາງ​ລັດ​ຖະ​ມົນ​ຕີ Sally Jewell ຢັ້ງ​ຢືນ​​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ການ​ພົວ​ພັນ 2 ປະ​ເທດ. ກ່ຽວ​ກັບ​ສ​ັນ​ຍາ TPP, ທ່ານ​ນາງ​ລັດ​ຖະ​ມົນ​ຕີ Sally Jewell ໃຫ້​ຮູ້​ວ່າ: ດ້ວຍ​ບົດ​ບາດ​ຂອງ​ຕົນ, ທ່ານ​ນາງ​​ຈະ​ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ ອາ​ເມ​ລິ​ກາ ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ເພື່ອ​ສິ້ນ​ສຸດ​ການ​ເຈ​ລະ​ຈາ ແລະ ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ໂດຍ​ໄວ.


ຂ່າວ/ບົດ​ອື່ນ