ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບສະມາຄົມວາງແຜນຜັງພັດທະນາຕົວເມືອງຫວຽດນາມ
ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບສະມາຄົມວາງແຜນຜັງພັດທະນາຕົວເມືອງຫວຽດນາມ
(ພາບ: chinhphu.vn)
(vovworld) – ຕອນບ່າຍວັນທີ 30/10, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ໄດ້ໃຫ້ການຕ້ອນຮັບການນຳສະມາຄົມວາງແຜນຜັງພັດທະນາຕົວເມືອງ ຫວຽດນາມ ເນື່ອງໃນໂອກາດສະມາຄົມກະກຽມກອງປະຊຸມໃຫຍ່ຄັ້ງທີ 4 (ອາຍຸການ 2014 – 2019), ທີ່ຈັດຕັ້ງໃນລະຫວ່າງວັນທີ 8 – 9/11/2014. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເນັ້ນໜັກວ່າ: ປະເທດຊາດພວມໃນວິວັດການຍູ້ໄວການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ, ຫັນເປັນຕົວເມືອງ. ພ້ອມກັບການພັດທະນາບັນດາຕົວເມືອງ, ປະເທດຊາດພວມສຸມໃສ່ໃຫ້ແກ່ການກໍ່ສ້າງຊົນນະບົດໃໝ່, ຫັນກະສິກຳ, ຊົນນະບົດເປັນອຸດສາຫະກຳ ແລະ ທັນສະໄໝຢ່າງແຮງ. ໃນສະພາບການນັ້ນ, ໜ້າທີ່ໄດ້ວາງອອກສຳລັບວຽກງານວາງແຜນຜັງພັດທະນາຕົວເມືອງ, ພັດທະນາພື້ນຖານໂຄງລ່າງເສດຖະກິດ - ສັງຄົມ ຢູ່ບັນດາເຂດຊົນນະບົດຮຽກຮ້ອງໃຫ້ມີຄວາມຮັບຮູ້ຢ່າງຖືກຕ້ອງ, ຕ້ອງມີແຜນຜັງດີຈຶ່ງສາມາດພັດທະນາແບບຍືນຍົງໄດ້. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ, ປາດຖະໜາວ່າ: ສະມາຄົມວາງແຜນຜັງພັດທະນາຕົວເມືອງ ຫວຽດນາມ ສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ເປັນຢ່າງດີ, ປະຕິບັດພາລະບົດບາດ, ໜ້າທີ່ຂອງຕົນເປັນຢ່າງດີ, ປະກອບສ່ວນເຂົ້າວຽກງານວາງແຜນຜັງ, ພັດທະນາຕົວເມືອງ, ໃຫ້ຄຳປຶກສາ, ໄຈ້ແຍກຕີລາຄາແຜນຜັງ… ກ່ວາອີກ. ລັດຖະບານຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ ການເຄື່ອນໄຫວຕ່າງໆຂອງສະມາຄົມວາງແຜນຜັງພັດທະນາຕົວເມືອງ ຫວຽດນາມ.