ນາຍົກລັດຖະມົນຕີຫງວຽນເຕີນຢູ້ງ:ປຸກລະດົມຂະບວນການບໍລິຈາກເລືອດ,ອະໄວຍະວະເພື່ອກອບກູ້ຊີວິດຄົນເຈັບ
ແທ່ງຈູງ -  
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເຮັດວຽກກັບສູນກາງສະພາກາແດງ ຫວຽດນາມ
(ພາບ: nguyentandung.org)
|
(vovworld) – ຕອນບ່າຍວັນທີ 24/3, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເຮັດວຽກກັບສູນກາງສະພາກາແດງ ຫວຽດນາມ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຕີລາຄາສູງ ຄວາມມານະພະຍາຍາມສູ້ຊົນ, ຮັບຜິດຊອບຂອງສູນກາງສະພາກາແດງ ຫວຽດນາມ, ບັນດາຂະບວນການ, ບັນດາການຂົນຂວາຍຂອງສະພາໄດ້ປະກອບສ່ວນແທດຈິງເຂົ້າໃນຜົນງານລວມຂອງປະເທດຊາດ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງທາງສະພາກາແດງສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ປະຕິບັດຢ່າງໃກ້ຊິດ 7 ໜ້າທີ່ຕົ້ນຕໍທີ່ໄດ້ລະບຸໄວ້ໃນກົດໝາຍວ່າດ້ວຍການເຄື່ອນໄຫວຂອງສະພາກາແດງ ແລະ 7 ຫຼັກການພື້ນຖານຂອງຂະບວນການສະພາກາແດງ - ຊິກວົງເດືອນແດງສາກົນ. ໃນນັ້ນເອົາໃຈໃສ່ເຖິງວຽກງານເບິ່ງແຍງສຸຂະພາບຂອງປະຊາຊົນ, ຍູ້ແຮງການຂົນຂວາຍບໍລິຈາກເລືອດ, ອະໄວຍະວະ… ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ:
“ປະຈຸບັນ, ບັນດາໂຮງໝໍຢູ່ ຫວຽດນາມ ຂາດແຄນເລືອດຮັບໃຊ້ໃນການກອບກູ້ເອົາຊີວິດຄົນເຈັບ, ດັ່ງນັ້ນ, ສະພາກາແດງ ປະຕິບັດວຽກງານບໍລິຈາກເລືອດແມ່ນແທດຈິງທີ່ສຸດ. ປະຈຸບັນ, ບັນດາໂຮງໝໍ ຫວຽດນາມ ໄດ້ຜ່າຕັດປ່ຽນອະໄວຍະວະ ແລະ ບັນລຸຜົນງານເປັນຢ່າງດີ. ປະຈຸບັນ, ພວກເຮົາປະຕິບັດດີແລ້ວ, ພວກເຮົາຕ້ອງເສີມຂະຫຍາຍ ແລະ ຂົນຂວາຍປະຊາຊົນພ້ອມກັນເຂົ້າຮ່ວມການບໍລິຈາກອະໄວຍະວະເພື່ອກູ້ເອົາຊີວິດຄົນເຈັບ”
ແທ່ງຈູງ