ນາຍົກລັດຖະມົນຕີຫງວຽນເຕີນຢຸງພົບປະກັບນາຍົກລັດຖະມົນຕີຍີ່ປຸ່ນShinzo Abe
ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ
ພົບປະກັບນາຍົກລັດຖະມົນຕີຍີ່ປຸ່ນShinzo Abe
(ພາບ: TTXVN)
(vovworld) – ຢູ່ນອກກອງປະຊຸມຂັ້ນສູງອາຊຽນຄັ້ງທີ 27 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຢູ່ກົວລາລຳເປີ, ປະເທດມາເລເຊຍ, ຕອນຄໍ່າວັນທີ 21/11, ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe. ທີ່ການພົບປະ, ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະສັນຕໍ່ການຕີລາຄາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ ທີ່ໄດ້ຮັບການພັດທະນາຂຶ້ນສູ່ລະດັບສູງໃໝ່, ເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນ. ນາຍົກລັດຖະມົນຕີ 2 ທ່ານໄດ້ແລກປ່ຽນຄວາມເຫັນກ່ຽວກັບທິດທາງໃຫຍ່ ແລະ ມາດຕະການລະອຽດເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງລະຫວ່າງ 2 ປະເທດ; ເຫັນດີຜັນຂະຫຍາຍຍຸດທະສາດຫັນຫວຽດນາມ ເປັນປະເທດອຸດສາຫະກຳ ໃນຂອບເຂດການຮ່ວມມືລະຫວ່າງຫວຽດນາມ - ຍີ່ປຸ່ນ ຢ່າງມີປະສິດທິຜົນ, ຊຸກຍູ້ໂຄງການມະຫາວິທະຍາໄລຫວຽດນາມ - ຍີ່ປຸ່ນ ໃຫ້ກ້າວເຂົ້າສູ່ການຜັນຂະຫຍາຍໃນ 2016 ໂດຍໄວ… ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແຈ້ງໃຫ້ຊາບວ່າ ຍີ່ປຸ່ນຕົກລົງສືບຕໍ່ອຸປະຖຳ ODA ທີ່ມີມູນຄ່າ 1,4 ຕື້ USD ໃຫ້ 3 ໂຄງການແມ່ນ: ໂຄງການກໍ່ສ້າງເສັ້ນທາງລົດໄຟຟ້າໃນຕົວເມືອງນະຄອນໂຮ່ຈິມິນ, ໂຮງງານໄຟຟ້າພະລັງຄວາມຮ້ອນທ້າຍບິ່ງ, ໂຄງການປັບປຸງສິ່ງແວດລ້ອມນ້ຳນະຄອນໂຮ່ຈິມິນ. ນາຍົກລັດຖະມົນຕີ 2 ທ່ານເຫັນດີເພີ່ມທະວີການຮ່ວມມືໃນຂອບເຂດກອງທຶນສິນເຊື່ອ 110 ຕື້ USD ກ່ຽວກັບການຮ່ວມມືພັດທະນາພື້ນຖານໂຄງລ່າງທີ່ມີຄຸນນະພາບສູງຢູ່ອາຊີ. 2 ຝ່າຍເຫັນດີສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ບັນດາກົນໄກຮ່ວມມືສາກົນ, ຊຸກຍູ້ການໃຫ້ສັດຕະຍາບັນ ແລະ ຜັນຂະຫຍາຍ TPP, ການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານຢູ່ພາກພື້ນ (RCEP)… 2 ຝ່າຍກໍ່ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເນັ້ນໜັກເຖິງຄວາມສຳຄັນຂອງການຮັບປະກັນສັນຕິພາບ, ຄວາມເສລີ, ຄວາມສະຫງົບປອດໄພໃນການເດີນທະເລ ແລະ ການບິນ ບົນພື້ນຖານກົດໝາຍສາກົນ ແລະ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ ແລະ ມີປະສິດທິຜົນ, ບັນລຸປະມວນຂໍ້ກຳນົດກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ໂດຍໄວ, ບໍ່ນຳໃຊ້ກຳລັງທະຫານຢູ່ທະເລຕາເວັນອອກ.