(vovworld) – ກ່າວຄຳເຫັນໃນຕອນເຊົ້າວັນທີ 6/1, ເມື່ອຢ້ຽມຢາມພະນັກງານ, ນັກຮົບ ແລະ ປະຊາຊົນບັນດາເຜົ່າເມືອງ ຊາໄທ, ແຂວງ ກອນຕຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຫວັງວ່າ ຄະນະພັກ, ອຳນາດການປົກຄອງ, ບັນດາກຳລັງປະກອບອາວຸດຂອງທ້ອງຖີ່ນສຸ້ຊົນກ່ວາອີກໃນການປະຕິບັດໜ້າທີ່ພັດທະນາເສດຖະກິດ, ວັດທະນະທຳ, ສາທາລະນະສຸກ, ການສຶກສາ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງພໍ່ແມ່ປະຊາຊົນໃນເຂດ, ກໍ່ຄືປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກໍ່ສ້າງເຂດຊາຍແດນສັນຕິພາບ, ການຮ່ວມມື, ມິດຕະພາບກັບ ກຳປູເຈຍ ຢ່າງບໍ່ຢຸດຢັ້ງ.
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ສະເໜີໃຫ້ເມືອງ ຊາໄທ ກໍ່ຄືແຂວງ ກອນຕຸມ ສຸມໃສ່ປະຕິບັດວຽກງານວາງແຜນກຳນົດ, ລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ຈັດແບ່ງເຂດຊຸມຊົນຄືນໃໝ່, ຈັດແບ່ງດິນປຸກສ້າງເຮືອນຢູ່ ແລະ ດິນຜະລິດໃຫ້ປະຊາຊົນຊົນເຜົ່າ, ຮັບປະກັນຄຳຮຽກຮ້ອງຕ້ອງການພັດທະນາແບບຍືນຍົງ, ມີປະສິດທິຜົນ, ກໍ່ຄືຮັບປະກັນໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບເປັນຢ່າງດີ, ຫລຸດຜ່ອນຄວາມທຸກຍາກ, ປົກປັກຮັກສາປ່າໃນເຂດ.
ເນື່ອງໃນໂອກາດປີໃໝ່ 2014, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ໄດ້ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນຕາແສງ ໂມຣາຍ, ບັນດາກົມກອງໃນກຳລັງປະກອບອາວຸດ ແລະ ວິສາຫະກິດໃນບໍລິເວນຕາແສງ.