ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ແລະ ບັນດາຜູ້ແທນ
ປະຕິບັດພິທີລົງມື້ກໍ່ສ້າງ (ພາບ: duyhung/TTXVN)
(vovworld) - ວັນທີ 4/9, ຢູ່ທ່າກ່ຳປັ່ນ ແສວເຍົ່າ, ຕາແສງ ເຕີນແທງ, ເມືອງ ອານມິງ, ແຂວງ ກຽນຢາງ, ບໍລິສັດໃຫຍ່ໄຟຟ້າພາກໃຕ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ກຽນຢາງ ຈັດຕັ້ງພິທີລົງມື້ກໍ່ສ້າງໂຄງການສະໜອງໄຟຟ້າແຫ່ງຊາດໃຫ້ ຕາແສງເກາະ ລ້າຍເຊີນ ເມືອງ ກຽນຫາຍ ແຂວງ ກຽນຢາງ. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ເນັ້ນໜັກວ່າ: ໂຄງການສະໜອງໄຟຟ້າແຫ່ງຊາດໃຫ້ ຕາແສງເກາະ ລ້າຍເຊີນ ແຂວງ ກຽນຢາງ ແມ່ນໂຄງການມີຂະໜາດໃຫຍ່ທີ່ສຸດ, ເປັນເທື່ອທຳອິດໄດ້ຮັບການປະຕິບັດຢູ່ແຂວງ ກຽນຢາງ, ສາມາດສະໜອງປະລິມານໄຟຟ້ານັບຮ້ອຍລ້ານ Kwh/ປີ. ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດ - ສັງຄົມໃຫ້ຕາແສງເກາະ ລ້າຍເຊີນ ແລະ ບັນດາຕາແສງເກາະອື່ນໆຂອງແຂວງ ກຽນຢາງ, ຍົກສູງຊີວິດການເປັນຢູ່ໃຫ້ຊະຊາຊົນ, ຊຸກຍູ້ການລົງທຶນ, ການເຕີບໂຕເສດຖະກິດ; ປະຕິບັດຄາດໝາຍພັດທະນາເສດຖະກິດທະເລ, ເກາະ ແລະ ແຄມທະເລ, ພ້ອມທັງ ກໍ່ສ້າງລະບົບເກາະໃຫ້ກາຍເປັນຂະໜານປ້ອງກັນຢ່າງໝັ້ນຄົງ, ປົກປັກຮັກສາອະທິປະໄຕ, ສິດອະທິປະໄຕແຫ່ງຊາດບັນດາເຂດທະເລ, ເກາະຂອງປະເທດ.