ນາຍົກລັດຖະມົນຕີຫງວຽນເຕິນຢຸງຮຽກຮ້ອງຍູ້ແຮງການປະຕິຮູບລະບຽບການບໍລິຫານໃນຂົງເຂດຊັບພະຍາກອນແລະສິ່ງແວດລ້ອມ
(
ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸ້ງ ກ່າວຄຳເຫັນທີ່ການ
ເຮັດວຽກກັບກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ)
(vovworld) – ຕອນເຊົ້າວັນທີ 26/5, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸ້ງ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ແລະ ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເປັນປະທານໃນການເຮັດວຽກກັບກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ພ້ອມກັບບາງກະຊວງ, ຂະແໜງການທີ່ກ່ຽວຂ້ອງ ກ່ຽວກັບການປະຕິຮູບລະບຽບການບໍລິຫານໃນຂົງເຂດຊັບພະຍາກອນ ແລະ ສິ່ງແວດລ້ອມ. ເນື້ອໃນຕົ້ນຕໍທີ່ການເຮັດວຽກແມ່ນສຸມໃສ່ປຶກສາຫາລືບັນດາມາດຕະການ ແນໃສ່ແກ້ໄຂຂໍ້ຕິດຂັດ ເພື່ອຫລຸດຜ່ອນໄລຍະເວລາແກ້ໄຂລະບຽບການບໍລິຫານທີ່ກ່ຽວຂ້ອງເຖິງທີ່ດິນ ຖືກຕ້ອງຕາມມະຕິຂອງລັດຖະບານໃນປີ 2016. ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ເນັ້ນໜັກວ່າ: ການປະຕິຮູບໃນຂົງເຂດທີ່ດິນ, ສິ່ງແວດລ້ອມ, ຊັບພະຍາກອນ, ຊັບພະຍາກອນໂລຫະ ເພື່ອແນໃສ່ເພີ່ມທະວີການຄຸ້ມຄອງຂອງລັດເປັນຢ່າງດີ ແລະ ມີປະສິດທິຜົນກ່ວາອີກຕາມທິດເປີດເຜີຍ, ໂປ່ງໄສ, ສ້າງທຸກເງື່ອນໄຂສະດວກທີ່ສຸດໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ, ປະກອບສ່ວນສຳຄັນຕ້ານປະກົດການຫຍໍ້ທໍ້, ການສໍ້ລາດບັງຫຼວງ ແລະ ສ້າງຖັນແຖວພະນັກງານວິຊາການ...
ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸ້ງ ຮຽກຮ້ອງໃຫ້ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ປະສານສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນສຸມໃສ່ກວດກາ, ປັບປຸງລະບອບ, ກົນໄກ, ນະໂຍບາຍໃຫ້ສຳເລັດ. ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ບັນດາທ້ອງຖິ່ນເພີ່ມທະວີຊຸກຍູ້ການກວດກາ, ຕິດຕາມກວດກາການປະຕິບັດ, ແກ້ໄຂລະບຽບການບໍລິຫານຢູ່ທຸກຂັ້ນ.