ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຮຽກຮ້ອງຍູ້ແຮງວຽກງານແຂ່ງຂັນ-ຍ້ອງຍໍ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຮຽກຮ້ອງຍູ້ແຮງວຽກງານແຂ່ງຂັນ-ຍ້ອງຍໍ - ảnh 1
ວາລະ​ປະຊຸມ​ຄັ້ງ​ທີ 63 ຂອງ​ສະພາ​ແຂ່ງຂັນ - ຍ້ອງ​ຍໍ​​ສູນ​ກາງ
(ພາບ: VGP/Nhật Bắc)

(vovworld) – ຕອນ​ເຊົ້າ​ວັນ​ທີ 1/3, ທີ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ, ປະທານ​ສະພາ​ແຂ່ງຂັນ - ຍ້ອງຍໍ​​ສູນ​ກາງ, ​ເປັນ​ປະ​ທານ​ວາລະ​ປະຊຸມ​ຄັ້ງ​ທີ 63 ຂອງ​ສະພາ​ແຂ່ງຂັນ - ຍ້ອງ​ຍໍ​​ສູນ​ກາງ ​ເພື່ອ​ແນ​ໃສ່​ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ແຂ່ງຂັນ - ຍ້ອງ​ຍໍ​​ປີ 2015 ​ແລະ ວາງ​ອອກ​ບັນດາ​ໜ້າ​ທີ່​ຈຸດ​ສຸມ​ໃນ​ປີ​ນີ້. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເນັ້ນ​ໜັກ​ວ່າ:

        “ທຸກ​ຂັ້ນ, ທຸກຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ສືບ​ຕໍ່​ຮັກສາ, ​ເສີມ​ຂະຫຍາຍ​ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ດ້ວຍ​ບັນດາ​ຫົວ​ຂໍ້​ຢ່າງ​ມີ​ໄຫວ​ພິບ, ມີ​ຫົວ​ຄິດ​ປ​ະດິດສ້າງ, ຕິດ​ພັນ​ກັບ​ໜ້າ​ທີ່​ການ​ເມື​ອງຂອງ​ຕົນ, ມີ​ຈຸດໝາຍ, ມີ​ຄວາມ​ຮຽກຮ້ອງ​ຕ້ອງການ, ມີ​ມາ​ດຕະການຕິດ​ພັນ​ກັບ​ພຶດຕິ​ກຳ​ຕົວ​ຈິງ. ພ້ອມ​ກັນ​ນັ້ນ​, ຕ້ອງດຳ​ເນີນ​ການ​ສະ​ຫລຸບ, ຍ້ອງຍໍ​ຊົ​ມ​ເຊີຍ​ຢ່າງ​ທັນການ ​ແລະ ທະວີ​ຄຸນ​ບັນດາ​ແບບຢ່າ​ງທີ່ດີ​ເດັ່ນ”

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຮຽກຮ້ອງ​ໃຫ້​ສະພາ​ແຂ່ງຂັນ​ຮັກ​ຊາດ​ສູນ​ກາງ​ສືບ​ຕໍ່​ສຸມ​ໃສ່​ກວດກາ, ປັບປຸງ​ບັນດາ​ເອກະສານ​ນິຕິ​ກຳ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະດວກ​ກ່ວາ​ອີກ ​ໃຫ້​ແກ່​ການຍູ້​ແຮງ​ບັນດາ​ຂະ​ບວນການ​​ແຂ່ງຂັນ​ ​ແລະ ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ຍ້ອງຍໍ​ຊົມ​ເຊີຍ. ພິ​ເສດ​​ພະນັກງານ​ປະຕິບັດ​ວຽກ​ງານ​ແຂ່ງຂັນ  ຍ້ອງຍໍ​ຕ້ອງ​ມີ​ຄວາມ​ສຸດ​ຈິດ​ສຸດ​​ໃຈ, ມີ​ຄວາມ​ຮັບຜິດຊອບ ​ແລະ ວິຊາ​ສະ​ເພາະ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ, ໜ້າ​ທີ່​​ເຊິ່ງໄດ້​ຮັບ​ມອບ​ໝາຍ.


ຂ່າວ/ບົດ​ອື່ນ