ນາຍົກລັດຖະມົນຕີຫງວຽນເຕິ້ນຢຸ້ງເຂົ້າຮ່ວມກອງປະຊຸມຂັ້ນສູງ ASEAN-EUບໍ່ເປັນທາງການ
ນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເຂົ້າຮ່ວມກອງປະຊຸມຂັ້ນສູງ ASEAN-EUບໍ່ເປັນທາງການ
(ພາບ: Thế giới Việt Nam)
(vovworld) - ວັນທີ 16/10 ຢູ່ນະຄອນມີລານ ປະເທດອີຕາລີ, ໄດ້ດຳເນີນກອງປະຊຸມຂັ້ນສູງ ASEAN-EU ຢ່າງບໍ່ເປັນທາງການ. ນີ້ແມ່ນກອງປະຊຸມຂັ້ນສູງທຳອິດ ລະຫວ່າງ ASEAN ແລະ EU ໂດຍຫວຽດນາມ ແລະ EU ເປັນປະທານຮ່ວມ. ທ່ານນາຍົກລັດຖະມົນຕີຫງວຽນເຕິ້ນຢຸ້ງ, ດ້ວຍບົດບາດເປັນປະເທດປະສານງານການພົວພັນ ASEAN-EU, ໄດ້ເປັນປະທານຮ່ວມກັບທ່ານປະທານສະພາເອີລົບ Herman Van Rompuy ແລະ ທ່ານປະທານຄະນະກຳມະການເອີລົບ Jose Manuel Barroso.
ທີ່ກອງປະຊຸມຂັ້ນສູງ, 2 ຝ່າຍໄດ້ສຳຫຼວດກວດກາ ແລະ ຕີລາຄາການຮ່ວມມື ລະຫວ່າງ ASEAN-EU, ພ້ອມທັງວາງອອກທິດທາງສຳຄັນເພື່ອຍົກລະດັບ ແລະ ຊຸກຍູ້ການພົວພັນເຈລະຈາ ລະຫວ່າງ ASEAN-EU. 2 ຝ່າຍກໍ່ແລກປ່ຽນກ່ຽວກັບສະພາບການໃນພາກພື້ນ ແລະ ໂລກ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ, ຕາເວັນອອກກາງ ແລະ ອະຟະລິກາເໜືອ, ບັ້ນຮົບຕ້ານການກໍ່ການຮ້າຍ.
ກ່ຽວກັບດ້ານເສດຖະກິດ, 2 ຝ່າຍເຫັນດີເປັນເອກະສັນກັນເຊື່ອມຕໍ່ການເຈລະຈາສັນຍາການຄ້າເສລີ ລະຫວ່າງ ASEAN-EU ພາຍຫຼັງປີ 2015; ເພີ່ມການເຊື່ອມຕໍ່ທັງດ້ານການບິນ, ການເດີນທະເລ, ທາງບົກ; ການພັດທະນາ ວິສາຫະກິດຂະໜາດກາງ ແລະ ນ້ອຍ.