(vovworld) - ກອງປະຊຸມສຸດຍອດສະຫະສະມາຄົມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 25 ຖືກຈັດຕັ້ງໃນວັນທີ 12/11, ຢູ່ນະຄອນຫຼວງ Nay Pyi Taw, ມຽນມາ. ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານກອງປະຊຸມສຸດຍອດ ອາຊຽນ, ປະທານາທິບໍດີ ມຽນມາ U Thein Sein ຢັ້ງຢືນຄືນໃໝ່ຄວາມສາມັກຄີ ແລະ ເຫັນດີເປັນເອກະພາບແມ່ນເງື່ອນໄຂຕັດສິນຊີ້ຂາດ ແລະ ແມ່ນພື້ນຖານເພື່ອໃຫ້ ອາຊຽນ ສ້າງປະຊາຄົມສຳເລັດຜົນ ແລະ ພັດທະນາຢ່າງໝັ້ນຄົງ, ເຂັ້ມແຂງ, ຍົກສູງທີ່ຕັ້ງບົດບາດ ແລະ ສຽງເວົ້າໃນພາກພື້ນ ແລະ ໃນໂລກ.
ພາຍຫລັງພິທີໄຂ, ການນຳບັນດາປະເທດ ອາຊຽນ ເຂົ້າຮ່ວມວາລະປະຊຸມຄົບຄະນະ, ສຸມໃສ່ປຶກສາຫາລືກ່ຽວກັບວິວັດທະນາການສ້າງປະຊາຄົມ ອາຊຽນ ແລະ ກຳນົດທິດໃຫ້ອາຊຽນຫຼັງປີ 2015, ຊຸກຍູ້ການພົວພັນກັບບັນດາຄູ່ຮ່ວມມື ກໍ່ຄືແລກປ່ຽນບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ຕໍ່ໜ້າສະພາບການທະເລຕາເວັນອອກສືບຕໍ່ສັບສົນນັ້ນ, ການນຳບັນດາປະເທດສືບຕໍ່ສະແດງຄວາມວິຕົກວັງວົນຢ່າງເລິກເຊິ່ງ, ເນັ້ນໜັກຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບ, ປອດໄພ, ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ. ບັນດາການນຳກໍ່ເນັ້ນໜັກເຖິງເລື່ອງປະຕິບັດກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ແກ້ໄຂຄວາມຂັດແຍ້ງກັນດ້ວຍສັນຕິວິທີ, ປະຕິບັດບັນດາຂໍ້ກຳນົດໃນຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ພິເສດແມ່ນມາດຕາ 5 ຂອງຖະແຫຼງການ, ປະຕິບັດຄວາມລະງັບໃຈ, ແລະບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ເປີດກ້ວາງ ຫຼື ເພີ່ມທະວີຄວາມດເຄັ່ງຕຶງ, ຍູ້ແຮງການເຈລະຈາແທດຈິງລະຫວ່າງ ອາຊຽນ - ຈີນ ເພື່ອບັນລຸໄດ້ປະມວນຂໍ້ກຳນົດກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ.
ກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຖືວ່າ, ສັນຕິພາບ, ການຮ່ວມມື ແລະ ການພັດທະນາສືບຕໍ່ແມ່ນທ່າອ່ຽງຕົ້ນຕໍໃນພາກພື້ນອາຊີຕາເວັນອອກ. ກ່ຽວກັບບັນຫາກໍ່ການຮ້າຍ ແລະ ການໃຊ້ຄວາມຮຸນແຮງທີ່ນັບມື້ນັບເພີ່ມຂຶ້ນຢູ່ອີຣັກ ແລະ ຊີຣີ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ເນັ້ນໜັກວ່າ, ພ້ອມກັບປະຊາຄົມສາກົນ, ຫວຽດນາມ ກ່າວປະນາມການກໍ່ການຮ້ານໃນບໍ່ວ່າຮູບການໃດໆ. ກ່ຽວກັບໂລກພະຍາດ ເອໂບລາ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຊີ້ແຈ້ງວ່າ, ອາຊຽນຄວນໃຫ້ບຸລິມາສິດແກ່ບັນດາມາດຕະການທີມີປະສິດທິຜົນ ເພື່ອສະກັດກັ້ນໂລກພະຍາດນີ້, ເພີ່ມທະວີການປະສານສົມທົບນຳກັນ, ສະແຫວງຫາການສະໜັບສະໜູນຈາກອົງການອະນາໄມໂລກ ແລະ ບັນດາປະເທດພັດທະນາ. ກ່າວຄວາມເຫັນກ່ຽວກັບປະຊາຄົມອາຊຽນ ແລະ ກຳນົດທິດຫຼັງປີ 2015, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຢືນຢັນວ່າ, ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມກວ່າອີກໃນປີ 2015 ເພື່ອພ້ອມກັບບັນດາປະເທດອາຊຽນປະຕິບັດສຳເລັດວິວັດການມຸ່ງໄປສູ່ປະຊາຄົມລວມ, ຄືຄາດໝາຍທີ່ໄດ້ວາງອອກ.
ສິ້ນສຸດກອງປະຊຸມສຸດຍອດອາຊຽນ 25, ພ້ອມກັບບັນດາການນຳອາຊຽນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ໄດ້ຮັບຮອງເອົາຖະແຫຼງການ Nay Pyi Taw ກ່ຽວກັບວິໄສທັດປະຊາຄົມອາຊຽນຫຼັງປີ 2015; ຖະແຫຼງການອາຊຽນກ່ຽວກັບການເພີ່ມທະວີຄວາມສາມາດໃຫ້ຄະນະເລຂາອາຊຽນ ແລະ ຍົກສູງປະສິດທິຜົນການສົມທົບບັນດາອົງການອາຊຽນນຳກັນ ແລະ ຖະແຫຼງການອາຊຽນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.