ນາຍົກລັດຖະມົນຕີຫງວຽນເຕີນຢຸງເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກຫ້ອງວ່າການລັດຖະບານ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: TTXVN)
(vovworld) - ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ອົງຄະນະພັກຫ້ອງວ່າການລັດຖະບານ, ອາຍຸການ 2015 – 2020, ທີ່ດຳເນີນໄປໃນຕອນເຊົ້າວັນທີ 21/07, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ຕີລາຄາສູງໝາກຜົນວຽກງານຂອງຫ້ອງວ່າການລັດຖະບານ ໃນອາຍຸການຜ່ານມາ, ທີ່ໄດ້ປະຕິບັດວຽການເປັນເສນທິການສັງລວມເປັນຢ່າງດີ, ສະໜອງຂໍ້ມູນຂ່າວກ່ຽວກັບແຜນນະໂຍບາຍ, ມະຕິຂອງພັກ, ກົດໝາຍຂອງລັດ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກວ່າ, ໃນອາຍຸການຈະມາເຖິງ, ສະມາຊິກພັກຫ້ອງວ່າການລັດຖະບານ ຕ້ອງຜ່ານຜ່າຄວາມຫຍຸງຍາກ, ສິ່ງທ້າທາຍໃນການພັດທະນາເສດຖະກິດ, ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາອະທິປະໄຕແຫ່ງຊາດ, ຕ້ອງມານະພະຍາຍາມແກ້ໄຂສິ່ງຈຳກັດ, ອ່ອນດ້ອຍ, ສືບຕໍ່ເຮັດໃຫ້ປະເທດພັດທະນາຢ່າງໄວ ແລະ ໝັ້ນຄົງກວ່າໃນທຸກຂົງເຂດ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຮຽກຮ້ອງກໍ່ສ້າງອົງຄະນະພັກໃຫ້ປອດໄສ, ເຂັ້ມແຂງ, ຊີ້ນຳທຸກຂົງເຂດຢ່າງມີປະສິດທິຜົນກວ່າ; ຢືດໝັ້ນ, ເຂັ້ມແຂງ, ຊາບຊຶມແນວທາງ, ແຜນນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍຂອງລັດ.