ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງສາຍທາງດ່ວນເບ໋ນລຶກ-ລອງແທ່ງ
ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງສາຍທາງດ່ວນເບ໋ນລຶກ-ລອງແທ່ງ
(ພາບ: Mai Vọng)
(vovworld) – ຕອນເຊົ້າວັນທີ 19/7, ກະຊວງຄົມມະນາຄົມຂົນສົ່ງໄດ້ເລີ່ມລົງມືກໍ່ສ້າງເສັ້ນທາງດ່ວນ ເບ໋ນລຶກ - ລອງແທ່ງ ຢູ່ບ້ານບີ່ງທ້ວນ, ຕາແສງ ບິ່ງແຄ໋ງ, ເມືອງ ເກີ່ນເຢີ່, ນະຄອນ ໂຮ່ຈີມິນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ໄດ້ມາເຂົ້າຮ່ວມ ແລະ ອອກຄຳສັ່ງລົງມືກໍ່ສ້າງ.
ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເນັ້ນໜັກພິເສດເຖິງຄວາມຄືບໜ້າ, ຄຸນນະພາບ, ຄວາມປອດໄພຂອງໂຄງການ. ເພື່ອໃຫ້ໂຄງການເສັ້ນທາງດ່ວນ ເບ໋ນລຶກ - ລອງແທ່ງ ບັນລຸປະສິດທິຜົນ, ບັນດາທ້ອງຖີ່ນຕ້ອງເອົາໃຈໃສ່ເຖິງວຽກງານບຸກເບີກໜ້າພຽງ:
“ຂ້າພະເຈົ້າຮຽກຮ້ອງໃຫ້ເຈົ້າຂອງລົງທຶນແມ່ນບໍລິສັດໃຫຍ່ເສັ້ນທາງດ່ວນ ຫວຽດນາມ, ກະຊວງຄົມມະນາຄົມ ຂົງສົ່ງ ຕ້ອງປະຕິບັດຕາມກົດໝາຍໃນວິວັດການລົງທຶນກໍ່ສ້າງໂຄງການນີ້ຢ່າງເຂັ້ມງວດ ແລະ ຂ້າພະເຈົ້າກໍ່ຮຽກຮ້ອງບັນດານັກປະມູນຕ້ອງປະຕິບັດຖືກຕ້ອງຕາມຄຳໝັ້ນສັນຍາຂອງຕົນເພື່ອຮັບປະກັນຖືກກັບຄວາມຄືບໜ້າ, ຄຸນນະພາບຂອງກິດຈະກຳໃນຕະຫຼອດວິວັດການປະຕິບັດງານໂຄງການ.”
ໂຄງການເສັ້ນທາງດ່ວນ ເບ໋ນລຶກ - ລອງແທ່ງ ແມ່ນໂຄງການຈຸດສຸມແຫ່ງຊາດ, ແມ່ນໂຄງການທາງບົກໃຫຍ່ສຸດຢູ່ພາກໃຕ້. ດ້ວຍຍອດເງິນລົງທຶນຂຶ້ນເຖິງ 1,6 ຕື້ USD, ມີລວງຍາວກ່ວາ 57 ກມ ຜ່ານນະຄອນ ໂຮ່ຈີມິນ, ແຂວງ ລອງອານ ແລະ ດົ່ງນາຍ.