ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເຂົ້າຮ່ວມຫຼາຍເຫດການລົງທຶນຂອງຫວຽດນາມຢູ່ມຽນມາ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເຂົ້າຮ່ວມຫຼາຍເຫດການລົງທຶນຂອງຫວຽດນາມຢູ່ມຽນມາ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູ້ງ
(ພາບ​ປະ​ກອບ​)

(vovworld) – ຕອນ​ບ່າຍ​ວັນ​ທີ 23/6, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູ້ງ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເດີນ​ທາງ​ອອກ​ຈາກ Yangon ກັບ​ເມືອ​ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ສູງ​ຢູ່ ມຽນ​ມາ ຢ່າງ​ຈົບ​ງາມ.

        ກ່ອນ​ໜ້ານັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ໄດ້​ໄປ​ຍັງ​ນະ​ຄອນ Yangon ເຂົ້າ​ຮ່ວມ​​ການ​ເຄື່ອນ​ໄຫວບາງ​ຢ່າງ​ຂອງ​ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ ຢູ່ ມຽນ​ມາ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕ​ີນ​ຢູ້ງ​ເຂົ້າ​ຮ່ວມ​ພິ​ທີກວດຢັ້ງ​ຢືນໄລ​ຍະ 1 ເຂດ​ປະ​ສົມ ຮ່​ວາງ​ແອງ​ຢາ​ລາຍ ຢູ່​ນະ​ຄອນ Yangon, ພິ​ທີ​ເປີດ​ສະຫຼອງ​ການ​ເຄື່ອນ​ໄຫວ​ຂອງ​ບໍ​ລິ​ສັດ​ການ​ເງິນ​ທະ​ນາ​ຄານ​ຫຸ້ນ​ສ່ວນ​ລົງ​ທຶນ ແລະ ພັດ​ທະ​ນາ ຫວຽດ​ນາມ (BIDV) ແລະ ຫ້ອງ​ການ​ບໍ​ລິ​ສັດ​ໃຫຍ່​ປະ​ກັນ​ໄພ BIDV ຢ​ູ່ ມຽນ​ມາ, ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ໃນ​ບັນ​ດາ​ເອ​ກະ​ສານ​ຮ່ວມ​ມື​ລະ​ຫວ່າງ BIDV ກັບ​ບັນ​ດາ​ທະ​ນາ​ຄານ ມຽ​ນ​ມາ. ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ໄດ​້​ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ​ໄປ ມຽນ​ມາ ແລະ ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ພວມ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ພົວ​ພັນ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ຢູ່​ຕະຫຼາດ ມຽນ​ມາ, ປະ​ກອບ​ສ່ວນ​ນຳ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​​ຂຶ້ນກ່​ວາ 480 ລ້ານ USD, ນີ້ແມ່ນ​ປະ​ຖົມ​ປັດ​ໄຈ​ສຳ​ຄັນ​ເພື່ອ​ສູ້​ຊົນ​ບັນ​ລຸ​ຈຸດ​ໝາຍ 500 ລ້ານ USD ໃນ​ປີ​ນີ້ ແລະ ຫວຽດ​ນາມ ​ໄດ້ກາຍ​ເປັນ​ປະ​ເທດ​ລົງ​ທຶນ​ໃຫຍ່​ອັນ​ດັບ​ທີ 8 ຢູ່ ມຽນ​ມາ, ດ້ວຍ 23 ​ໂຄງ​ການ​ທີ່​ມີ​ມູນ​ຄ່າ 580 ລ້ານ USD, ປະ​ກອບ​ສ່ວນ​ຮັດ​ແໜ້ນ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ຍູ້​ແຮງການ​ຮ່ວມ​ມື 2 ຝ່າຍ​ລະ​ຫວ່າງ ຫວຽດ​ນາມ ແລະ ມຽ​ນ​ມາ.


ຂ່າວ/ບົດ​ອື່ນ