ນາຍົກລັດຖະມົນຕີຫງວຽນເຕິນຢຸ້ງເດີນທາງເຂົ້າຮ່ວມພິທີເຊັນສັນຍາFTA
ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸ້ງ ແລະ ພັນລະຍາ
(ພາບ:Đuc Tam/TTXVN)
(vovworld) – ຕອນເຊົ້າວັນທີ 29/5, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸ້ງ, ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ໄປຮອດເທດສະບານເມືອງ Burabay, ທາງທິດເໜືອ ສາທາລະນະລັດ ກາຊັກສະຖານ ເຂົ້າຮ່ວມພິທີລົງນາມໃນສັນຍາການຄ້າເສລີ (FTA) ລະຫວ່າງ ຫວຽດນາມ ແລະ ພັນທະມິດເສດຖະກິດ ອາຊີ-ເອີລົບ.
ໃນຂອບເຂດການປະຕິບັດງານໃນລະຫວ່າງວັນທີ 29/5-6/6, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸ້ງ ຈະຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ແລະ ປະຊາຊົນ ອານເຊຣີ, ສ.ປອກຕູຍການ ແລະ ສ. ບຸນກາຣີ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ກາຊັກສະຖານ Karim Masimov, ທ່ານນາຍົກລັດຖະມົນຕີ ອານເຊຣີ Abdelmalek Sellal, ທ່ານນາຍົກລັດຖະມົນຕີ ປອກຕູຍການ Pedro Passos Coelho ແລະ ທ່ານນາຍົກລັດຖະມົນຕີ ບຸນກາຣີ Boico Borisov.
ເລື່ອງລົງນາມໃນສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ພັນທະມິດເສດຖະກິດ ອາຊີ-ເອີລົບ ຈະສ້າງຂອບເຂດນິຕິກຳທີ່ປອດໂປ່ງ ແລະ ໝັ້ນຄົງ ເພື່ອ ພັດທະນາການພົວພັນດ້ານເສດຖະກິດລະຫວ່າງ ຫວຽດນາມ ກັບບັນດາປະເທດສະມາຊິກຂອງພັນທະມິດ; ຈາກນັ້ນເພີ່ມທະວີການພົວພັນ 2 ຝ່າຍ ແລະ ແລກປ່ຽນບັນດາມາດຕະການ ເພື່ອແນໃສ່ຜັນຂະຫຍາຍສັນຍາດັ່ງກ່າວກັບແຕ່ລະປະເທດຢ່າງລະອຽດ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸ້ງ ຢ້ຽມຢາມ ອານເຊຣີ, ປອກຕູຍການ ແລະ ບຸນກາຣີ ເພື່ອແນໃສ່ຜັນຂະຫຍາຍນະໂຍບາຍການຮ່ວມມືຮອບດ້ານຂອງ ຫວຽດນາມ ກັບ ເອີລົບ ແລະ ອີຢູ; ພ້ອມທັງຖືເປັນສຳຄັນການຮ່ວມມືກັບ ອາບຟຣິກາ. ການຢ້ຽມຢາມຍັງແມ່ນໂອກາດແລກປ່ຽນກັບບັນດາປະເທດ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ບົດຮຽນພັດທະນາຢ່າງໝັ້ນຄົງ, ຫັນປ່ຽນພື້ນຖານເສດຖະກິດ, ຮ່ວມສຳພັນເສດຖະກິດສາກົນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂອງເສດຖະກິດທົ່ວໂລກ.
ເນື່ອງໃນໂອກາດນີ້, ບັນນາທິການວິທະຍຸກະຈາຍສຽງຫວຽດນາມ ມີບົດຂຽນທີ່ພາດຫົວຂໍ້ວ່າ: “FTA ຫວຽດນາມ-ພັນທະມິດເສດຖະກິດ ອາຊີ-ເອີລົບ: ກາລະໂອກາດໃຫຍ່ ເພື່ອເປີດກ້ວາງການຮ່ວມມື”. ເຊີນທ່ານຕິດຕາມຮັບຟັງພາຍຫຼັງພາກຂ່າວ.