ນາຍົກລັດຖະມົນຕີຫງຽນເຕີນຢູ້ງຕ້ອນຮັບອະດີດນາຍົກລັດຖະມົນຕີອັງກິດ

ນາຍົກລັດຖະມົນຕີຫງຽນເຕີນຢູ້ງຕ້ອນຮັບອະດີດນາຍົກລັດຖະມົນຕີອັງກິດ - ảnh 1
ນາຍົກລັດຖະມົນຕີຫງຽນເຕີນຢູ້ງຕ້ອນຮັບອະດີດນາຍົກລັດຖະມົນຕີອັງກິດ Tony Blair
(ພາບ: VGP/Nhật Bắc)


(vovworld) - ທີ່​ການ​ຕ້ອນຮັບ​ໃນຕອນ​ບ່າຍ​ວັນ​ທີ 23/7, ​ ທ່ານ​ນາຍົກລັດຖະ​ມົນຕີ ຫງວຽນ​ເຕີນ​ຢູ້ງ ຊົມ​ເຊີຍ​ ທ່ານ Tony Blair, ອະດີດ​ນາຍົກລັດຖະມົນຕີ​ລາຊະ​ອານາຈັກ​ອັງກິດ ​ແລະ ອາຍ​ແລນ​ເໜືອ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ແລະ ຢືນຢັນ​ວ່າ, ຫວຽດນາມ​ປາດ​ຖະໜາ​ຈະ​ພ້ອມ​ກັບ ລາຊະ​ອານາຈັກ​ອັງກິດມານະ​ພະຍາຍາມ ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ລາຊະ​ອານາຈັກ​ອັງກິດ ​ໃຫ້​ພັດທະນາ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ ​ແລະ ​ແທດ​ຈິງ​ກວ່າ​ໃນ​ທຸກ​ຂົງ​ເຂດ: ການ​ເມືອງ, ການ​ຕ່າງປະ​ເທດ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ… ຫວຽດນາມ​ ກໍ່​ປາດ​ຖະໜາ​ວ່າ, ລາຊະ​ອານາຈັກ​ອັງກິດສືບ​ຕໍ່​ໜູນ​ຊ່ວຍ​ຫວຽດນາມ ​ໃນ​ຂົງ​ເຂດ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ພັດທະນາ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ - ສັງຄົມ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ… ສ່ວນທ່ານອະດີດ​ນາຍົກລັດຖະມົນຕີ​ລາຊະ​ອານາຈັກ​ອັງກິດ Tony Blair ກໍ່ຢືນຢັນພ້ອມແລ້ວທີ່ຈະໜູນຊ່ວຍ ແລະ ແບ່ງປັນບົດຮຽນກັບຫວຽດນາມ ໃນຂົງເຂດດຶງດູດທຶນຈາກຕ່າງປະເທດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາຮູບແບບຄູ່ຮ່ວມມື ພາກລັດ - ເອກະຊົນ (ppp), ການ​ພັດທະນາ​ການ​ສຶກສາ ​ແລະ ບຳລຸງ​ສ້າງ.

        ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ຄັ້ງ​ນີ້, ອະດີດ​ນາຍົກລັດຖະ ມົນຕີ​ລາຊະ​ອານາຈັກ​ອັງກິດ Tony Blair ຈະ​ມີ​ການ​ເຮັດ​ວຽກ​ກັບ​ທ່ານ​ລັດຖະ ມົນຕີ​ກະຊວງ​ແຜນການ ​ແລະ ລົງທຶນ ບູ່​ຍກວາງ​ວິ​ງ, ພ້ອມ​ທັງ​ເຂົ້າ​ຮ່ວມ ​ແລະ ລາຍ​ງານທີ່​ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ “ທ່າ​ອ່ຽງລົງທຶນ​ທົ່ວ​ໂລກ: ບັນດາ​ຂໍ້​ສະ​ເໜີ​ສຳລັບ​ຫວຽດນາມ“ ​ໂດຍກະຊວງ​ແຜນການ ​ແລະ ການລົງທຶນສົມທົບ​ກັບ​ຫ້ອງການ Tony Blair ຢູ່​ຮ່າ​ໂນ້ຍ ຈັດ​ຕັ້ງ​ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ