ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຮັດວຽກກັບການນຳຫຼັກແຫຼ່ງແຂວງຢາລາຍ |
(vovworld)- ຕອນເຊົ້າວັນທີ 17/12, ຢູ່ນະຄອນປໄລກູ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍຄະນະຜູ້ແທນລັດຖະບານໄດ້ເຮັດວຽກກັບການນຳຫຼັກແຫຼ່ງແຂວງຢາລາຍກ່ຽວກັບສະພາບການປະຕິບັດໜ້າທີ່ເສດຖະກິດ-ສັງຄົມ. ກ່ຽວກັບວິທີການແກ້ໄຂເພື່ອພັດທະນາແຂວງຢາລາຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໃຫ້ການຊີ້ນຳວ່າ :
“ ແຂວງຕ້ອງຕັດສິນໃຈໃຫຍ່, ມີມາດຕະການລະອຽດ, ມີຄວາມຄາດຫວັງຢ່າງແຂງແຮງ ຈຶ່ງສາມາດພັດທະນາໄດ້. ຖ້າຫາກບໍ່ມີຈິດໃຈດັ່ງກ່າວ ກໍຍາກທີ່ຈະສາມາດແກ້ໄຂສະພາບການຂອງແຂວງໄດ້. ໃນນັ້ນ ແຂວງຕ້ອງສຸມໃສ່ຫຼຸດຜ່ອນຄອບຄົວທຸກຍາກ, ປະຕິບັດຊົນເຜົ່າໃຫ້ດີກ່ວາ, ເປັນເຈົ້າການປະຕິບັດແຜນການ ແລະ ເປົ້າໝາຍປີ 2017, ສືບຕໍ່ສ້າງເຂດຕົ້ນໄມ້ອຸດສາຫະກຳປຸງແຕ່ງສະອາດ, ຍູ້ແຮງການປູກປ່າ, ຊັບຊ້ອນບັນດາບໍລິສັດປ່າໄມ້ຄືນ, ສ້າງບາງເຄື່ອງໝາຍການຄ້າໃຫຍ່ ”.
ແລະ ກໍໃນຕອນເຊົ້າວັນທີ 17/12, ຢູ່ນະຄອນປໄລກູ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງຢາລາຍປີ 2016ດ້ວຍຫົວຂໍ້ : “ ຢາລາຍ-ຄວາມສາມາດບົ່ມຊ້ອນ-ການຮ່ວມມື-ພັດທະນາ ”. ຕາມທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລ້ວ, ເພື່ອດຶງດູດການລົງທຶນ, ອຳນາດການປົກຄອງຂັ້ນຕ່າງໆຂອງຢາລາຍຕ້ອງກາຍເປັນອຳນາດການປົກຄອງສົນທະນາກັບວິສາຫະກິດ, ພ້ອມກັນແບ່ງປັນຄວາມປະລາໄຊກໍຄືຜົນສຳເລັດກັບວິສາຫະກິດ, ເປັນຕົ້ນແມ່ນອຳນາດການປົກຄອງຂັ້ນຮາກຖານ. ແລະ ອຳນາດການປົກຄອງຕ້ອງລະດົມກຳລັງໃຈ, ເຊີດຊູບຸກຄົນດີ, ວິສາຫະກິດທີ່ກ້າຄິດກ້າທຳ.