ທ່ານນາຍົກ ລັດຖະມົນຕີຫວຽດນາມຫາກໍມີໂທລະເລກທາງການສະເໜີ ກະຊວງສາທາລະນະສຸກຈົ່ງເປັນເຈົ້າການສົມທົບກັບ WHO , ບັນດາອົງການສາກົນ ແລະ ປະເທດຕ່າງໆທີ່ກ່ຽວຂ້ອງເພື່ອກຳແໜ້ນສະພາບໂລກລະບາດ
|
(vovworld)- ຕໍ່ໜ້າການຜັນແປຢ່າງສັບສົນຂອງສະພາບໂລກລະບາດ ແລະ ເພື່ອປ້ອງກັນຄວາມປອດໄພໃຫ້ແກ່ຊີວິດອີນຊີໃຫ້ແກ່ປະຊາຊົນ. ທ່ານນາຍົກ ລັດຖະມົນຕີຫວຽດນາມຫາກໍມີໂທລະເລກທາງການສະເໜີ ກະຊວງສາທາລະນະສຸກຈົ່ງເປັນເຈົ້າການສົມທົບກັບ WHO , ບັນດາອົງການສາກົນ ແລະ ປະເທດຕ່າງໆທີ່ກ່ຽວຂ້ອງເພື່ອກຳແໜ້ນສະພາບໂລກລະບາດ, ທຳນາຍໄພອັນຕະລາຍຕິດແປດເຂົ້າຫວຽດນາມ, ປະກາດການຜັນແປ, ຄວາມອັນຕະລາຍຂອງໂລກລະບາດເຖິງທົ່ວປວງຊົນໄດ້ຮັບຊາບຢ່າງທັນການ, ພ້ອມທັງແນະນຳການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດເຖິງປະຊາຊົນ, ປະຊາຊົນແຕ່ລະຄົນຕ້ອງມີສະຕິປ້ອງກັນຕົນເອງຕໍ່ໜ້າໂລກລະບາດ, ເຂົ້າໃຈກ່ຽວກັບໂລກລະບາດເພື່ອເປັນເຈົ້າການໃນການປ້ອງກັນ, ສະກັດກັ້ນ. ຜັນຂະຫຍາຍບັນດາມາດຕະການຕິດຕາມກວດກາຜູ້ໂດຍສານເຂົ້າເມືອງຢູ່ດ່ານຊາຍແດນ. ຂະແໜງສາທາລະນະສຸກ, ບັນດາກະຊວງ, ຂະແໜງການ, ບັນດາທ້ອງຖີ່ນຕ້ອງມານະພະຍາຍາມຢ່າງສູງສຸດ, ເປັນເຈົ້າການ, ຮີບດ່ວນ, ປະຕິບັດທຸກໆມາດຕະການທີ່ຈຳເປັນເພື່ອສະກັດກັ້ນການຕິດແປດຂອງໂລກລະບາດ, ດ້ວຍຈຸດໝາຍສູງສຸດແມ່ນບໍ່ປະໃຫ້ໂລກລະບາດຍ້ອນໄວຣັດ Ebola ແຊກຊຶມເຂົ້າ ຫວຽດນາມ. ຕ້ອງກຽມພ້ອມ, ເປັນເຈົ້າການສ້າງບັນດາວິທີການ, ແຜນການເພື່ອແນໃສ່ຮັບມືຢ່າງມີປະສິດທິຜົນຖ້າຫາກໂລກລະບາດເກີດຂຶ້ນ.